1. ຮີດສິບສອງ
ເດືອນຈຽງ: ບຸນເຂົ້າກຳແມ່ນຮີດອັນໜຶ່ງຂອງພະສົງເຊິ່ງຈະເຂົ້າໄປຢູ່ໃນສະຖານທີ່ມີຂອບເຂດ
ຈຳກັດ ແລະ ເປັນຮີດທີ່ປະຕິບັດຢູ່ໃນເດືອນຈຽງ(ເດືອນອ້າຍ) ບຸນເຂົ້າກຳນີ້ເປັນກິດຈະກຳຂອງພະສົງໂດຍສະເພາະພະສົງອົງໃດທີ່ປະພຶດຜິດທາງວິໄນສົງ ພະສົງອົງນັ້ນຕ້ອງໄດ້ເຂົ້າກຳເພື່ອບຳເພັນກຸສົນໃຫ້ພົ້ນບາບທີ່ໄດ້ກະທຳມາ.
ເດືອນຍີ່: ບຸນຄູນລານເຂົ້າກໍຄືການເຮັດບຸນຂັວນເຂົ້າທີ່ຟາດເຂົ້າແລ້ວຫຼືເອີ້ນອີກຢ່າງໜຶ່ງວ່າແມ່ນບຸນ
ສູ່ຂວັນລານເຊິ່ງປະຕິບັດຢູ່ໃນເດືອນຍີ່(2)
ເດືອນສາມ: ບຸນເຂົ້າຈີ່ຄືເອົາເຂົ້າໜຽວປັ້ນຈີ່ໄຟໃຫ້ສຸກບຸນເຂົ້າຈີ່ນິຍົມປະຕິບັດຢູ່ໃນເດືອນສາມດັ່ງມີ
ຄຳກອນເຄີຍເວົ້າວ່າເດືອນສາມຄ້ອຍເຈົ້າຫົວຄອຍປັ້ນເຂົ້າຈີ່ຄັນເຂົ້າຈີ່ບໍ່ມີນໍ້າອ້ອຍຍ້ອຍຈົວນ້ອຍເຊັດນໍ້າຕາ.
ເດືອນສີ່: ບຸນພະເຫວດເປັນບຸນມະຫາຊາດຟັງເທດເລື່ອງພະເຫວດສັນດອນຊາດົກປະກອບໄປ
ດ້ວຍຄາຖາພັນຈັດເປັນກັນໄດ້13ກັນຫຼືເວົ້າອີກຢ່າງໜຶ່ງວ່າບຸນເດືອນສີ່ ແລະ ມີວິທີປະຕິບັດຈັດແບ່ງໜັງສືເທດຈາກກັນໃຫຍ່ເປັນກັນນ້ອຍໃຫ້ພະເນນໃນວັດ ແລະ ຕ່າງວັດມາເທດປຸກຜາມໄວ້ຕ້ອນຮັບພະເນນ ແລະ ອອກຕົນຍາດໂຍມບ້ານອື່ນຊາວບ້ານຈະເຮັດເຂົ້າປຸ້ນຕ້ອນຮັບພະເນນ ແລະ ຍາດພີ່ນ້ອງຈາກບ້ານອື່ນ ເວລາ 3 ໂມງຕີກອງລວມຊາວບ້ານທີ່ວັດກຽມຕົວຈັດຂະບວນແຮ່ໄປນິມົນພະອຸປະຄຸດແລ້ວສົມມຸດຄົນຜູ້ທີ່ຄວນເຄົາລົບນັບຖືໃຫ້ແຕ່ງຕົວເປັນພະເວດສັນດອນ ແລະ ນາງມັດທີ(ມະທີ)ໄປຢູ່ສະຖານທີ່ແຫ່ງໃດໜື່ງແລ້ວຈັດຂະບວນໄປເຊີນເອົາພະເຫວດສັນດອນເຂົ້າເມືອງ.
ເດືອນຫ້າ: ບຸນສົງການຫຼືບຸນກຸດສົງການ ເດືອນຫ້າແມ່ນບຸນສັງຂານຂຶ້ນໃໝ່ຂອງລາວໄລຍະບຸນປີ
ໃໝ່ຂອງລາວແມ່ນຕົກຢູ່ໃນໄລຍະເດືອນ5ຂຶ້ນ6ຄໍ່າເຖິງເດືອນ6(ມີຖຸນາ)ຂຶ້ນ5ຄໍ່າບໍ່ຫຼຸດ ແລະ ບໍ່ເກີນໃນລະຫວ່າງນີ້ແຕ່ຈະແມ່ນມື້ໃດສຸດແຕ່ການຄຳນວນເລກອອກມາວ່າເປັນຈັກຄໍ່າກົງກັບວັນທີ່ເທົ່າໃດ,ວັນຫຍັງຄວາມຈິງແລ້ວປີໃໝ່ຂອງລາວເຮົາຕັ້ງແຕ່ເດີມແມ່ນຖືເອົາ1ຄໍ່າເດືອນຈຽງຫຼືເດືອນອ້າຍເພາະແປວ່າກົກຫຼືທຳອິດເພີ່ນໃຊ້ເດືອນອ້າຍຫຼືເດືອນຈຽງເປັນປີໃໝ່ຂອງລາວນັບເປັນເວລາຫຼາຍພັນປີແມ່ນແຕ່ຊື່ວັນ,ຊື່ເດືອນ,ຊື່ປີກໍບໍ່ຄືທຸກມື້ນີ້ໃນສະໄໝບູຮານນັ້ນວັນມີຢູ່ 10 ວັນເພີ່ນເອີ້ນວ່າ: ແມ່ມື້ຄື: ກາບ,ຮັບ,ຮວຍ,ເມີງ,ເປີກ,ກັດ,ກົດ,ຮ້ວງ,ເຕົ່າ,ກາ.ເດືອນກໍມີອ້າຍຫຼືວ່າເດືອນຈຽງ,ເດືອນຍີ່,ສາມ,ສີ່,ຫ້າ,ຫົກ,ເຈັດ,ແປດ,ເກົ້າ,ສິບ,ສິບເອັດ,ສິບສອງ.
ໃນເວລາຕໍ່ມາລາວເຮົາໄດ້ຖືເອົາຕາມວັດທະນະທຳມອນພະມ້າ ແລະ ຂະເໝນຊື່ຂອງວັນເດືອນປີ ແລະ ສັກກະລາດກໍເອົານຳຈົນຮອດວັນຂຶ້ນປີໃໝ່ດັ່ງນັ້ນປີໃໝ່ຂອງລາວເຮົາຈິ່ງຕົກຢູ່ໃນລະຫວ່າງເດືອນ5ຂຶ້ນ6ຄໍ່າຫາເດືອນ6ຂຶ້ນ5ຄໍ່າດັ່ງທີ່ໄດ້ກ່າວມານັ້ນໃນໂອກາດປີໃໝ່ນີ້ປະຊາຊົນລາວບັນດາເຜົ່າກໍໄດ້ພາກັນມ່ວນຊື່ນສະຫຼອງປີໃໝ່ຂອງຕົນດ້ວຍການຫົດນໍ້າກັນ, ຫົດສົງພະພຸດທະຮູບ,ຫົດສົງບ້ານເຮືອນ,ຫົດສົງຜູ້ເຖົ້າ ແລະ ຜູ້ຊົງຄຸນນະວຸດທິຕະຫຼອດເຖິງການທຳໃຫ້ບຸນຕ່າງໆໂດຍສະເພາະແມ່ນບາສີສູ່ຂວັນ.
ເດືອນຫົກ: ບຸນບັ້ງໄຟ,ບັ້ງໄຟໃດໃຊ້ໝື້ໜັກ 12 ກິໂລກໍເອີ້ນວ່າບັ້ງໄຟໝື່ນ,ຖ້າບັ້ງໄຟໃດໃຊ້ໝື
ໜັກ 10 ໝື່ນກໍເອີ້ນວ່າບັ້ງໄຟແສນການເຮັດບຸນບັ້ງໄຟແມ່ນເພື່ອບູຊາເທວະດາອາຮັກຕາມຄວາມເຊື່ອຖືເປັນປະເພນີຮີດຄອງເພື່ອເຮັດບຸນຂໍຝົນເພື່ອໃຫ້ຝົນຕົກຖຶກຕ້ອງຕາມລະດູການ.
ເດືອນ7: ບຸນບູຊາເທພະອາຮັກມະເຫສັກຫຼັກເມືອງຫຼືເວົ້າອີກຢ່າງໜຶ່ງວ່າແມ່ນບຸນສະເດາະເຄາະ
ຊຳລະລ້າງສິ່ງທີ່ບໍ່ດີອອກຈາກບ້ານຈາກເມືອງເຊັ່ນບ້ານເມືອງມີຄວາມເດືອດຮ້ອນບໍ່ຢູ່ເຢັນເປັນສຸກເກີດມີການຂ້າຝັນລັນແທງຜູ້ຄົນ,ງົວ,ຄວາຍລົ້ມຕາຍຫຼືບ້ານເມືອງມີໄພເດືອດຮ້ອນຕ່າງໆຈຳເປັນຕ້ອງເຮັດບຸນຊຳລະລ້າງສິ່ງຊົ່ວຮ້າຍຕ່າງໆ
ເດືອນ8: ບຸນເຂົ້າພັນສາຖືເອົາວັນຂຶ້ນ 15 ຄໍ່າເດືອນ8ເປັນວັນທຳບຸນເປັນປະເພນີທີ່ຖືມາແຕ່ຄັ້ງດົນ
ນານໃນມື້8ເພງເປັນມື້ເຮັດບຸນເຂົ້າພັນສາຂອງພະສົງປະຊາຊົນລາວຊາວພຸດກໍໄດ້ຮ່ວມກັນເຮັດບຸນໃຫ້ທານ,ຟັງທຳ ແລະ ຖວາຍຜ້າຈຳນຳພັນສາຫຼືຜ້າອາບນໍ້າຝົນແດ່ພະສົງຜູ້ຈະເຂົ້າຈຳພັນສາຕະຫຼອດ1ໄຕມາດ(ສາມເດືອນ)
ເດືອນເກົ້າ: ບຸນຫໍ່ເຂົ້າປະດັບດິນແມ່ນເພິ່ນກຳນົດເອົາມື້ເດືອນເກົ້າດັບເປັນມື້ເຮັດບຸນເພື່ອອຸທິດສ່ວນ
ກຸສົນໄປເຖິງຍາດຕິພີ່ນ້ອງ,ຜູ້ທີ່ລ່ວງລັບ(ຕາຍ)ໄປແລ້ວໃນຕອນເຊົ້າມືດຂອງມື້ເຮັດບຸນນັ້ນຊາວບ້ານກໍພາກັນລົງໄປຢາຍຫໍ່ເຂົ້າຢູ່ຕາມວັດຕ່າງໆຕາມຄວາມເຊື່ອຖືຂອງຄົນບູຮານເວົ້າວ່າໃນຕອນເຊົ້າມື້ນັ້ນພະຍາຍົມພິບານໄປບ່ອນສັດນາລົກອອກມາຮັບເອົາຂອງທານທີ່ຍາດພີ່ນ້ອງໄດ້ອຸທິດໃຫ້
ເດືອນສິບ: ຫໍ່ເຂົ້າສາກຫຼືສະຫຼາກຊາວບ້ານໄດ້ເຮັດກວຍສະຫຼາກຫຼືກວຍກະທໍຫ່າງແລ້ວເອົາເຄື່ອງ
ກິນຂອງຄ້ຽວຕ່າງໆໃສ່ແລ້ວນຳໄປຖວາຍໃຫ້ພະສົງໂດຍໃຫ້ພະສົງຈົກສະຫຼາກເອົາຈຶ່ງເອີ້ນວ່າ(ເຂົ້າສະຫຼາກ)ຫຼັງຈາກພະສົງຈົກສະຫຼາກໄດ້ແລ້ວກໍມີການອຸທິດສ່ວນບຸນກຸສົນໄປໃຫ້ຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ
ເດືອນ11: ບຸນອອກພັນສາພາຍຫຼັງພະສົງຢູ່ຈຳພັນສາໄດ້ຄົບໄຕມາດ3ເດືອນແລ້ວເພິ່ນກໍມີພິທີ
ອອກພັນສາສ່ວນຊາວບ້ານກໍຖືເປັນໂອກາດນີ້ທຳບຸນໃຫ້ທານແດ່ພະສົງຜູ້ຢູ່ຈຳພັນສາ ແລະ ພະສົງເອງກໍຈະໄດ້ຮັບອະນິສົງແຫ່ງການຈຳພັນສາຕາມທີ່ພະພຸດທະອົງໄດ້ຊົງບັນຍັດເອົາໄວ້ໃນໂອກາດອອກພັນສານີ້ກໍມີພິທີໄຕ້ນໍ້າມັນໄຫຼເຮືອໄຟເປັນການບູຊາເຊິ່ງໄດ້ເຄົ້າມາຈາກສາສະໜາພາມຄືມີການບູຊາໄຟຕໍ່ພະເຈົ້າທັງສາມໄດ້ແກ່ ພະພົມ,ພະອິສວນ ແລະ ພະນາລາຍແຕ່ທາງພະພຸດທະສາສະໜາກໍເປັນການບູຊາແກ່ພະພຸດ,ພະທຳ,ພະສົງຫຼືຄວາມເຂົ້າໃຈຂອງຄົນບູຮານແມ່ນບູຊາເທວະສະຖານທີ່ເຄົາລົບບູຊາ,ນອກຈາກນີ້ແລ້ວຍັງມີປະເພນີການຊ່ວງເຮືອຍາວຕື່ມອີກ
ເດືອນ12: ເດືອນສິບສອງແມ່ນບຸນກະຖິນ ແລະ ບຸນໄຫ້ວພະທາດສຳລັບບຸນກະຖິນນັ້ນຖືວ່າແມ່ນ
ອານິສົງຂອງພະສົງທີ່ຢູ່ຈຳພັນສາຕະຫຼອດ3ເດືອນຈະຕ້ອງໄດ້ຮັບກະຖິນມີຈຸລະກະຖິນມະຫາກະຖິນ,ຊາວບ້ານຜູ້ໃດມີສັດທາສະເພາະຈະເຮັດສ່ວນຕົວກໍໄດ້ຫຼືວ່າເຮັດແບບກະຖິນສາມະຄີກໍແລ້ວແຕ່ກ່ອນອື່ນໝົດຕ້ອງໄປປັກສະຫຼາກໄວ້ໃນວັດກ່ອນເພື່ອເປັນການບອກກ່າວລ່ວງໜ້າໃຫ້ພະສົງຮູ້ຈັກນຳກະຖິນມາທອດ,ສ່ວນພະສົງເມື່ອໄດ້ເຫັນສະຫຼາກແລ້ວກໍໄດ້ປຶກສາຫາລືກັນວ່າມີພະສົງໃດສົມຄວນຈະໄດ້ຮັບກະຖິນສຳລັບການປັກສະຫຼາກນັ້ນຕ້ອງປັກແຕ່ກາງພັນສາພຸ້ນ.ຢູ່ໃນໄລຍະເດືອນສິບສອງນີ້ນອກຈາກບຸນກະຖິນແລ້ວຍັງມີບຸນໄຫ້ວພະທາດອົງສຳຄັນທີ່ເປັນປູນິຍະສະຖານວັດຖຸບູຮານອັນເກົ່າແກ່ພະທາດທີ່ເຮັດບຸນສະຫຼອງໃນເດືອນສິບສອງເພງກໍມີພະທາດຫຼວງວຽງຈັນ,ພະທາດໝາກໂມຫຼືທາດປະທຸມຢູ່ຫຼວງພະບາງ,ພະທາດອີຮັງ,ພະທາດໂພນຢູ່ສະຫວັນນະເຂດແຕ່ມາເຖິງປະຈຸບັນນີ້ບຸນໄຫ້ວພະທາດບາງແຫ່ງກໍໄດ້ມີການປ່ຽນແປງໄປເຮັດໃນເດືອນອື່ນແລ້ວກໍມີເຊັ່ນ:ພະທາດອີຮັງເປັນຕົ້ນ.
2. ຄອງສິບສີ່:
ເມື່ອຜົນລະປູກເປັນໝາກເປັນຮວງແລ້ວຜູ້ທີ່ທຳການຜະລິດບໍ່ຕ້ອງກິນກ່ອນຕ້ອງເອົາຜົນລະປູກເລົ່ານັ້ນໄປຖວາຍພະສົງສາມະເນນກ່ອນ
ແລ້ວຈິງບໍລິໂພກຕາມພາຍຫຼັງ.
ຢ່າຕົວະລາຍຕາຊັ່ງ ຕາຊິງ,ຢ່າຕົວະຕົ້ມຫຼອກລວງ,ຢ່າເວົ້າຄຳຫຍາບຊ້າຕໍ່ກັນ
ໃຫ້ເຮັດກຳແພງຫຼືຮົ້ວອ້ອມວັດ,ອ້ອມບ້ານແລ້ວປຸກຫໍເທພະອາຮັກໄວ້ສີ່ແຈຮົ້ວບ້ານເພື່ອຈະໄດ້ບູຊາ
ກ່ອນຈະຂຶ້ນເຮືອນຕ້ອງລ້າງຕີນກ່ອນຈິງຂຶ້ນ
ເມື່ອເຖິງວັນສີນ8ຄໍ່າ15ຄໍ່າໃຫ້ສົມມາຄາລະວະກ້ອນເສົ້າ,ແມ່ຄີໄຟ,ຄັນໄດປະຕິບັດບ້ານເຮືອນທີ່ຢູ່ອາໄສ
ເມື່ອກ່ອນຈະນອນໃຫ້ທຳຄວາມສະອາດຮ່າງກາຍກ່ອນເຊັ່ນ:ເອົານໍ້າສວ່າຍຄີງຫຼືອາບນໍ້າ
ເມື່ອເຖິງວັນສິນ,ວັນພະໃຫ້ຫາດອກໄມ້ໄປສົມມາຄາລະວະຜົວ ແລະ ຜູ້ທີ່ຕົນນັບຖຶເຖົ້າ
ແກ່ລຸງຕາແລ້ວເອົາດອກໄມ້ທູບທຽນໄປຖວາຍສັງຄະເຈົ້າໃນວັນອຸໂປສົດ(ວັນສິນ)
ເມື່ອເຖິງວັນສິນດັບ,ວັນສິນເພງໃຫ້ນິມົນພະສົງມາສູດມຸງຄຸນເຮືອນ ແລະ ທຳບຸນໃສ່ບາດໃຫ້ປະຕິບັດທຸກໆສິນ
ເມື່ອເວລາພະສົງມາບິ່ນທະບາດຕ້ອງຟ້າວໄປໃສ່ບາດບໍ່ໃຫ້ເພີ່ນຄອຍດົນແລະບໍ່ໃຫ້ມືຊູນບາດຍາມໃສ່ບາດຫ້າມໃສ່ເກີບ,
ຫ້າມອູ້ມເດັກ, ຫ້າມເອົາຜ້າປົກຫົວຫຼືຖືອາວຸດທຸກຊະນິດ
ເມື່ອພະສົງອອກຈາກກຳ(ປະລິວາສະກຳ)ໃຫ້ເອົາດອກໄມ້,ທູບທຽນໄປຖວາຍ
ເມື່ອພະສົງກາຍຕ້ອງນັ່ງລົງຍໍມືໄຫ້ວແລ້ວຈຶ່ງໄຕ່ຖາມ
ຢ່າຢຽບເງົາຂອງພະສົງສາມະເນນຜູ້ມີສິນບໍລິສຸດ
ຫ້າມເອົາອາຫານເຫຼືອກິນໄປທານໃຫ້ພະສົງຫຼືໃຫ້ຜົວຕົ້ນກິນເດັດຂາດ
ຢ່າເສບກາມະຄຸນໃນວັນສິນ,ວັນເຂົ້າພັນສາ,ວັນອອກພັນສາ ແລະ ວັນຂຶ້ນປີໃໝ່
ອ້າງອີງ: ສອນທະວີ ແສງດາລາສິນ ແລະ ບຸນເພັງ ນາດຕະວົງ. (2007). ວັດທະນະທຳສັງຄົມລາວ ອາຊຽ່ນ. ນະຄອນຫຼວງວຽງຈັນ : ມັນທາຕຸລາດ.