ຕຳແໜ່ງ : ອາຈານ ແລະ ຮັບຜິດຊອບຄຸ້ມຄອງ ດູແລນັກສຶກສາ, ບ່ອນປະຈຳການ: ຫ້ອງການ ກິດຈະການນັກສຶກສາ ວິທະຍາໄລຄູ
ຫຼວງພະບາງ ປະສົບການທີ່ເຄີຍໄດ້ໄປສຶກສາຕ່າງປະເທດ : 2006-2008 ສຶກສາຢູ່ປະເທດຍີ່ປຸ່ນ ໃນເມື່ອຂຶ້ນຍົນຈາກເດິ່ນປິນວັດໄຕ
ໄປລົງເດິ່ນບິນສຸວັນນະພູມ ປະເທດໄທ ລໍຖ້າຈະຂຶ້ນຍົນໄປເດິ່ນບິນນະລິຕະ ຊ່ວງໄລຍະເວລາເດິນທາງໄດ້ມີນັກສຶກສາລາວເດິນທາງໄປນຳ 7 ຄົນກໍ່ມີຄວາມອົນອຸ່ນດີເພາະມີເພື່ອນໄດ້ລົມກັນໄປ ພໍເມື່ອໄປເຖິງເດິ່ນບິນນາລິຕະພວກເພື່ອນໆກໍໄດ້ແຍກຢາຍກັນໄປຕາມ
ມະຫາວິທະຍາໄລຕ່າງໆເຮັດໃຫ້ຕົນເອງໂດດດ່ຽວອ້າງຫວ້າງ ມືດແປດດ້ານເລີຍເພາະເວົ້າພາສາອັງກິດໄດ້ຫນ້ອຍດຽວແລະຍ້ອນຄວາມບໍ່ກ້າຫານ ໃນຄະນະທີ່ລໍຖ້າຂຶ້ນລົດໄຟຊິນການເຊັນຢູ່ນັ້ນພໍດີເຫັນຄົນອິນໂດນີເຊຍຈະເດິນທາງໄປກັບຕົນກໍ່ເລີຍຖາມວ່າ ເຈົ້າຈະໄປໃສ(ເປັນພາສາອັງກິດ)ຈະໄປເຊັນໄດ້ແລະເຂົາບອກຈະໄປຮຽນທີ່ມະຫາວິທະຍາໄລ Miyaki ກໍ່ເລີຍໂຊກດີໄດ້ມີເພື່ອນເດິນທາງ ຄັ້ງທຳອິດໃນຊີວິດທີ່ໄດ້ຮຽນ
ຕ່າງປະເທດແລະນັ່ງລົດໄຟທີ່ບໍ່ເຄີຍມີຢູ່ບ້ານເຮົາຢາກຈະບອກເພື່ອນນັກສຶກສາທັງຫລາຍວ່າກ່ອນຈະໄປຮຽນຕ່າງປະເທດນັ້ນຄວນກຽມພາສາໃຫ້ພ້ອມກ່ອນຈຶ່ງໄປເພາະສົບການຂອງຂ້າພະເຈົ້າ ຮຽນພາສາອັງກິດດ້ວຍໃນໃຈຈຶ່ງບໍ່ກ້າເວົ້າກັບຄົນຕ່າງປະເທດຍ້ານຕົນເອງເວົ້າຜິດ ແລະກ່ອນຈະຮຽນປະເທດໃດຄວນ ຮຽນຮູ້ຈັກຂໍ້ມູນຂອງປະເທດນັ້ນບາງສ່ວນເສຍກ່ອນຈຶ່ງເຮັດການດຳລົງຊີວິດຂອງເຮົາງ່າຍຂຶ້ນ.
ປັດຈຸບັນກຳລັງສຶກສາ ປະລິນຍາໂທ ຢູ່ທີ່ມະຫາວິທະຍາໄລ ຣາດສະພັດສຸຣິນ ປະເທດໄທ ສາຂາ ວິໄຈ ແລະ ພັດທະນາທ້ອງຖິ່ນ (Community Reseach and Development)
ວິທະຍານິພົນ ວິໄຈເລື່ອງ:ສຶກສາການບໍລິຫານຈັດການ ໝູ່ບ້ານວັດທະນະທຳດີເດັ່ນຂອງຊົນເຜົ່າລື້
Email: chanthy1974@yahoo.com
Mobile : 082 7482819
web http://chanthy-lttc.blogspot.com
ນີ້ຄືວີດີໂອ ການສະແດງວັດທະນະທຳທີ່ ເມືອງກ່ຽວໂຕທີ່ມີໂອກາດໄປທ່ຽວຕອນພັກແລ້ງເຊິ່ງເດິນທາງຈາກເມືອງຟຸກູຊິມາໄປຫາເມືອງ
ກ່ຽວໂຕໃຊ້ເວລາປະມານ 12 ຊົ່ວໂມງ (ລົດທົ່ວ)