วันศุกร์ที่ 29 เมษายน พ.ศ. 2554

ປະເພນີບຸນລື້ບ້ານຜານົມ 2011

ກຳລັງຈະເປີດພິທີ
ການສະແດງມວຍລາຍລາວ
ການແຕ່ງກາຍແບບຊຸດຂອງຜູ້ຊາຍລື້
ການແຕ່ງກາຍໃນຂຸດແບບໃໝ່ຂອງຍິງສາວລື້
ຜະລິດຕະພັນທີ່ວາງສະແດງໃຫ້ແຂກຊົມ
ທາງຊ້າຍມື ຮອງນາຍົກ ແລະ ທາງຂວາມື ເຈົ້າຫຼວງພະບາງ ພ້ອມດ້ວຍພັນລະຍາ
ໃນລະຫວ່າງວັນທີ່ 15 ເມສາ 2011 ຜ່ານມາເປັນໄລຍະປີໃໝ່ລາວຊາວລາວທົ່ວປະເທດໄດ້ພາກັນສະເຫຼີມສະຫຼອງຫຼິ້ນປີໃໝ່ຢ່າງມ່ວນຊື່ນ
ໃນນັ້ນບ້ານຜານົມ ເມືອງຫຼວງພະບາງ ເປັນບ້ານຂອງເຜົ່າລື້ ເປັນບ້ານວັດທະນະທຳຕົ້ນແບບຂອງຫຼວງພະບາງໃນການພັດທະນາເສດຖະກິດ ສັງຄົມ ແລະວັດທະນະທຳ ໃນແຕ່ລະປີໄດ້ມີການຈັດບຸນປະເພນີເຜົ່າລື້ຂຶ້ນໂດຍມີແຂກຂັ້ນສູງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ
ໃນງານດັ່ງກ່າວ ປີນີ້ມີທ່ານ ພົນໂທດວງໃຈ ພຶຈິດຮອງນາຍົກລັດຖະມົນຕີກໍໃຫ້ກຽດເຂົ້າຮ່ວມ ທ່ານ ດຣ ຄຳແພງ ໄຊສົມແພງ ເຈົ້າແຂວງຫຼວງພະບາງ ທ່ານທູດຕ່າງປະເທດຈຳນວນໜຶ່ງ ແລະຜູ້ນຳຄົນອື່ນ ໆກໍເປັນກຽດເຂົ້າຮ່ວມ ໃນງານດັ່ງກ່າວ ຈະມີການສະແດງສີລະປະວັນນະຄະດີ ການສະທິດຕ່ຳຫູກ ແລະຂາຍສິນຄ້າຫັດຖະກຳອື່ນ ໆ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາຊົມຢ່າງຫຼວງຫຼາຍ
"ສີລະປະວັດທະນະທຳເປັນມໍລະດົກອັນລ້ຳຄ່າພວກເຮົາຈົ່ງຮັກສາໄວ້ໃຫ້ຍາວນານຄູ່ກັບຄົນລາວຕະຫຼອດໄປ"