วันพฤหัสบดีที่ 3 มีนาคม พ.ศ. 2554

ຄຳຂວັນຂອງຊາວໜຸ່ມລາວ

ຄໍາຂວັນຂອງຊາວໝຸ່ມ: 2ສາມະຄີ3ດີ4ພັດທະນາ
1. 2ສາມະຄີປະກອບມີ:
- ສາມັກຄີພາຍໃນ: ຄວາມສາມັກຄີພາຍໃນສະແດງອອກດັ່ງນີ້:
+ ມີຄວາມເປັນເອກະພາບທາງດ້ານການເມືອງແນວຄິດການຈັດຕັ້ງ ແລະ ການກະທໍາຕ້ອງປະຕິບັດຢ່າງເຂັ້ມງວດຫຼັກການລວມສູນປະຊາທິປະໄຕ,ນໍາພາເປັນໝູ່ຄະນະ,ແບ່ງໃຫ້ບຸກຄົນຮັບຜິດຊອບ,ສ່ວນໜ້ອຍຂຶ້ນກັບສ່ວນຫຼາຍ,ຂັ້ນລຸ່ມຂຶ້ນກັບຂັ້ນເທິງ,ເຮັດຕາມແນວທາງນະໂຍບາຍຂອງພັກ ແລະ ສອດຄ່ອງກັບລະບຽບກົດໝາຍຂອງລັດ
+ ຍົກສູງຈິດໃຈກຸ້ມຕົນເອງ,ເພິ່ງຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ມີການຮ່ວມມື ແລະ ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງຊາວໜຸ່ມດ້ວຍກັນ,ລະຫວ່າງຊາວໜຸ່ມບັນດາເຜົ່າເພດໄວ ແລະ ປະຊາຊົນລາວບັນດາເຜົ່າ
+ ຊ່ວຍເຫຼືອເຊິ່ງກັນ ແລະ ກັນພ້ອມກັນກ້າວໜ້າ,ຊ່ວຍກັນໃຫ້ລຸດພົ້ນອອກຈາກຄວາມທຸກຍາກສາມະຄີກັນເປັນຈິດໜຶ່ງໃຈດຽວເພື່ອຫັນປະເທດເປັນອຸດສາຫະກໍາ ແລະ ທັນສະໄໝ
- ສາມັກຄີພາຍນອກ(ສາກົນ)ສະແດງອອກດັ່ງນີ້:
+ ເພີ້ມທະວີການພົວພັນ ແລະ ຮ່ວມມືກັບສາກົນເພື່ອຍາດແຍ່ງການຊ່ວຍເຫຼືອ,ສະໜັບສະໜູນທາງດ້ານວັດຖຸ ແລະ ຈິດໃຈເສີມຂະຫຍາຍຄວາມສາມັກຄີມິດຕະພາບກັບຄະນະຊາວໜຸ່ມປະເທດເພື່ອນບ້ານຢຸດທະສາດ
2. 3ດີປະກອບມີ:
- ເປັນລູກທີ່ດີຂອງພໍ່ແມ່ສະແດງອອກ:
+ ເປັນລູກຄໍາຮູ້,ມີຄວາມກະຕຸ້ນຮູ້ຄຸນຕໍ່ພໍ່ແມ່,ຮູ້ເຄົາລົບນັບຖືລຸງປ້າອາວອາ ແລະ ຮັກອ້າຍເອື້ອຍນ້ອງໃນຄອບຄົວດຽວກັນ
+ ເປັນລູກທີມີຄວາມຊື່ສັດຕໍ່ພໍ່ແມ່,ບໍ່ສ້າງບັນຫາ ແລະ ຄວາມຫຍຸ້ງຍາກໃຫ້ແກ່ພໍ່ແມ່,ຮູ້ຊ່ວຍເຫຼືອພໍ່ແມ່ຕາມຄວາມສາມາດຂອງຕົນ
+ ເປັນລູກທີ່ມີຄວາມຕັ້ງໜ້າໃນການຮໍ່າຮຽນ,ເຝິກຝົນສະແຫວງຫາຄວາມກ້າວໜ້າຫຼີກເວັ້ນ ແລະ ຫ່າງໄກຈາກຢາເສບຕິດ,ສິ່ງຍໍ້ທໍ້ຕ່າງໆໃນສັງຄົມ
- ເປັນພົນລະເມືອງດີຂອງຊາດ:
+ ມີນໍ້າໃຈຮັກຊາດ,ຮັກລະບຽບໃໝ່ລະບອບປະຊາທິປະໄຕປະຊາຊົນລາວ. ຮັກຄວາມເປັນລາວ, ຮັກວັດທະນະທຳ ແລະ ຮັກມູນເຊື້ອອັນດີງາມຂອງຊາດ.
+ ມີສະຕິເຄົາລົບນັບຖືລະບຽບກົດໝາຍ, ຮູ້ຈັກປະຕິບັດສິດ, ພັນທະ, ໜ້າທີ່ຂອງພົນລະເມືອງທີ່ມີຕໍ່ປະເທດຊາດ
+ ດຸໝັ່ນຂະຫຍັນພຽນ, ມີນໍ້າໃຈປະຢັດມັດທະຍັດ, ຫ້າວຫັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືທ້ອງຖິ່ນຂອງຕົນອາໄສຢູ່
+ ປົກປັກຮັກສາເສີມຂະຫຍາຍ ແລະ ກໍ່ສ້າງວັດທະນະທໍາອັນດີງາມຂອງຊາດຂອງຊົນເຜົ່າຕ່າງໆ
- ເປັນຜູ້ສືບທອດທີ່ດີຂອງພັກ
+ ເຊື່ອມຊຶມແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງ, ເຊື່ອໝັ້ນຢ່າງຕາມໃຈຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ
+ ມີອຸດົມການອັນສູງສົ່ງ, ມີຄວາມຊື່ສັດຕໍ່ພັກ, ຕໍ່ປະຊາຊົນ, ກຽມພ້ອມເສຍສະຫຼະທຸກສິ່ງຢ່າງເພື່ອຄວາມສົມບູນພູນສຸກຂອງປະເທດຊາດ
+ ຍຶດໝັ້ນແນວທາງຂອງພັກ, ຖືແນວທາງນະໂຍບາຍຂອງພັກເປັນພື້ນຖານແນວຄິດ, ຍຶດໝັ້ນອຸດົມຄະຕິສັງຄົມນິຍົມ
+ ມີຈິດໃຈກຽມພ້ອມສືບທອດພາລະກິດ ແລະ ອຸດົມຄະຕິຂອງພັກຢູ່ສະເໝີ
+ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ຈົງຮັກພັກດີຕໍ່ອຸດົມຄະຕິຂອງພັກ, ຈຸດໝາຍສຸດທ້າຍຂອງການປະຕິວັດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່ໃຫ້ສີວິໄລຮຸ່ງເຮືອງ
3. 4ພັດທະນາປະກອບມີຄື:
- ພັດທະນາຕົນເອງຕ້ອງສະແດງອອກຄື:
+ ເຊື່ອມຊຶມກຽມພ້ອມຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດພັດທະນາຕົນເອງໃຫ້ມີລະດັບການສຶກສາໃຫ້ນັບມື້ນັບສູງຂຶ້ນທຽບເທົ່າກັບການຂະຫຍາຍຕົວຂອງສັງຄົມເຊັ່ນ: 5ຫຼັກມູມການສຶກສາຂອງພັກ
+ ໃຫ້ຕົນເອງມີວຽກເຮັດງານທໍາ, ມີວິຊາອາຊີບທີ່ມີລາຍຮັບທີ່ຖືກຕ້ອງຕາມລະບຽບກົດໝາຍ, ມີລະບຽບວິໄນເຂັ້ມງວດ, ມີສຸຂະພາບຮ່າງກາຍ ແລະ ຈິດໃຈທີ່ເຂັ້ມແຂງ
- ພັດທະນາຄອບຄົວສະແດງອອກ:
+ ສ້າງຄອບຄົວໃຫ້ເປັນຄອບຄົວວັດທະນະທໍາ, ສ້າງຄອບຄົວໃຫ້ມີຄວາມອົບອຸ່ນ, ມີລາຍຮັບທີ່ຖືກຕາມກົດໝາຍ
+ ທຸກໆຄົນໃນຄອບຄົວມີການສຶກສາສູງຂຶ້ນເລື້ອຍໆ
+ ສ້າງຄອບຄົວໃຫ້ເປັນຄອບຄົວທີ່ປອດຄະດີ ແລະ ສິ່ງເສບຕິດ
- ພັດທະນາອົງການຈັດຕັ້ງສະແດງອອກ:
+ ສ້າງໃຫ້ອົງການຈັດຕັ້ງມີຄວາມໜັກແໜ້ນເຂັ້ມແຂງຕິດພັນກັບໜ່ວຍພັກແຂວງຮູ້ນໍາພາຮອບດ້ານ
+ ມີຄວາມສາມັກຄີເປັນເອກະພາບບົນພື້ນຖານແນວທາງນະໂຍບາຍ ແລະ ຫຼັກການລວມສູນປະຊາທິປະໄຕຂອງພັກ
+ ສ້າງໃຫ້ການຈັດຕັ້ງມີລະບຽບວິໄນ ແລະ ມີລາຍຮັບທີ່ຊອບກົດໝາຍຢູ່ພາຍໃນການຈັດຕັ້ງ
+ ສະມາຊິກທຸກຄົນພາຍໃນການຈັດຕັ້ງຕ້ອງປອດຄະດີ, ຄຸນະພາບຂອງສະມາຊິກນັບມື້ນັບສູງຂຶ້ນ
- ພັດທະນາປະເທອຊາດສະແດງອອກ:
+ ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ທ້ອງຖິ່ນທີ່ອໍານາດການປົກຄອງວາງອອກໃຫ້ປະກົດຜົນເປັນຈິງ
+ ເປັນເຈົ້າການປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຕາມແນວທາງປ່ຽນແປງໃໝ່ຂອງພັກດ້ວຍຄວາມຫ້າວຫັນ ແລະ ຝົດຟື້ນ
+ ຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ

ไม่มีความคิดเห็น:

แสดงความคิดเห็น