ຊົນເຜົ່າ ແຢະ ແຢະ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ. ເຂົາເຈົ້າ ໄດ້ຕັ້ງຫຼັກປັກຖານ ແລະ ທຳມາຫາກິນ ຢູ່ເຂດເມືອງ ດາກຈຶງ, ແຂວງ ເຊກອງ ມາແຕ່ດຶກດຳບັນ ແລະ ຕົກມາຮອດໄລຍະໜຶ່ງຂອງ ສະໄໝປະຫວັດສາດທີ່ຍາວນານ ໄດ້ມີກຸ່ມຄົນຈຳນວນໜຶ່ງຂອງຊົນເຜົ່າແຢະ ໄດ້ເຄື່ອນ ຍ້າຍໄປຕັ້ງພູມລຳ ເນົາ ຢູ່ເຂດກວາງນາມ-ດານັ່ງ, ປະເທດ ຫວຽດນາມ ແລະ ຈຳນວນໜຶ່ງ ເຄື່ອນຍ້າຍໄປຕັ້ງຖິ່ນຖານ ຢູ່ເຂດວັງຕັດ, ເມືອງ ຊານໄຊ, ແຂວງ ອັດຕາປີ.
ຊົນເຜົ່າແຢະ ໄດ້ມີປະຫວັດສາດຄວາມເປັນມາ ຕິດພັນກັບຄວາມເປັນມາຂອງຊົນເຜົ່າຕຮຽງ, ແຕ່ ບໍ່ທັນມີຂໍ້ມູນໃດໆທີ່ເປັນຫຼັກຖານຊັດເຈນໄດ້. ຕາມ ແຫຼ່ງ ຂໍ້ມູນຂອງທ່ານ ຄຳໃບ ຍຸນດາລາດ, ນັກຄົ້ນຄວ້າ ຊົນເຜົ່າວິທະຍາຂອງ ສປປ ລາວ ໄດ້ຢືນຢັນວ່າ: ຊົນເຜົ່າແຢະ ແມ່ນກຸ່ມຄົນໜຶ່ງ ທີ່ເຄື່ອນ ຍ້າຍມາຈາກບ່ອນ ອື່ນໆເປັນຕົ້ນ ແມ່ນມາຈາກຫວຽດນາມ, ມາຕັ້ງພູມລຳເນົາຢູ່ເມືອງດາກຈຶງ, ຈາກນັ້ນເນື່ອງຈາກທີ່ດິນທຳ ການຜະລິດ ຖືກຈຳກັດ, ເຂົາເຈົ້າ ຈຶ່ງໄດ້ເຄື່ອນຍ້າຍໄປຕັ້ງພູມລຳເນົາດ້ວຍການຢຶດຖືອາຊີບຖາງປ່າ, ເຮັດ ໄຮ່, ປູກເຂົ້າ ຢູ່ເຂດວັງຕັດ ແລະ ເຂດອື່ນໆຂອງເມືອງ ຊານໄຊ, ແຂວງ ອັດຕະປື ແລະ ເປັນຈຳນວນບໍ່ໜ້ອຍ ເຄື່ອນຍ້າຍ ໄປຕັ້ງພູມລຳເນົາຢູ່ເຂດກວາງນາມ-ດານັ່ງ, ປະເທດຫວຽດນາມ ກໍເລີຍຖືຕົນເອງ ເປັນຊົນເຜົ່າ ໜຶ່ງຈົນຮອດປັດຈຸບັນນີ້.
ປັດຈຸບັນ, ຊົນເຜົ່າແຢະ ຕັ້ງພູມລຳເນົາ ຢູ່ເຂດເມືອງ ດາກຈຶງ, ແຂວງ ເຊກອງ ແລະ ເມືອງ ຊານໄຊ, ແຂວງ ອັດຕະປື. ນອກຈາກນີ້ແລ້ວ, ຊົນເຜົ່າແຢະ ຍັງຕັ້ງພູມລຳເນົາ ຢູ່ເຂດແຂງ ກວາງນາມ-ດານ່ັງ ຂອງປະເທດຫວຽດນາມ ທັງມີພົນລະເມືອງຫຼາຍກວ່າຢູ່ລາວ.
ເຜົ່າອາຄ່າ
ປະຈຸບັນ ເຜົ່າ ອາຄາ ດຳລົງຊີວິດຢູ່ ແຂວງ ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ ແລະ ອຸດົມໄຊ ເຜົ່າ ອາຄາ ມີພົນລະ ເມືອງ 66.108 ຄົນ, ຍິງ 33.000 ຄົນ (ຕາມການສຳຫລວດພົນລະເມືອງປີ 1995). ເຜົ່າອາຄາ ຫລື ອີກໍ ປະກອບດ້ວຍຫລາຍແຊງເຊັ່ນ: ຈີຈໍ, ປູລີ, ປານາ, ເຟ, ໂອມາ, ນູກຸຍ, ລູມາ, ເອີປາ, ຈີເປຍ, ມູຈີ, ຢາເອີ, ເຄີ, ມູເຕີນ, ມະມ່ວງ, ພູຂວາ, ປີລູ, ປີຊໍ, ພູຊາງ ແລະ ກົງສາດ.
ເຜົ່າອາຄາ ມີພາສາປາກເວົ້າ ສະເພາະ, ຈັດຢູ່ໃນໝວດພາສາຈີນ-ຕີເບດ, ເຂົາເຈົ້າບໍ່ມີຕົວ ໜັງ ສືຂຽນ.
ເຜົ່າອາຄາ ນັບຖືຜີ ແລະ ມີຂໍ້ຫ້າມຫລາຍຢ່າງເຊັ່ນ: ຫ້າມຈັບບາຍ ແລະ ແຕະຕ້ອງສິ່ງ ຂອງ ໃນປະ ຕູໂຂງ. ຫ້າມ ເປືອຍກາຍ, ຫ້າມປະເກີບ ແລະ ເອົາຊີ້ນສັດທີ່ບໍ່ໄດ້ຫຸ້ມຫໍ່ເຂົ້າບ້ານ. ຫ້າມຂັບ, ຮ້ອງ, ຟ້ອນ ຫລື ລົມບ່າວ-ສາວໃນເຮືອນ. ຫ້າມແມ່ຍິງມານທາງ ເກີດລູກໃນບ້ານ. ຖ້າໃຜເກີດລູກ ແຝດ ຫລື ອາໄວຍະ ວະບໍ່ ຄົບຖ້ວນ ຕ້ອງຂ້າຖິ້ມ.ຖ້າແມ່ຮ້າງ, ແມ່ໝ້າຍ ຕາຍຢູ່ບ້ານ ຕ້ອງໄດ້ຍ້າຍ ບ້ານ ແລະ ອື່ນໆ. ເຜົ່າ ອາຄາ ສືບ ຕະກຸນທາງພໍ່.
ເຮືອນ ເຜົ່າອາຄາ ຈະປຸກຢູ່ຕາມຈ້າຍພູ ບ່ອນທີ່ມີແສງແດດ, ມີບ່ອນທຳການຜະລິດ. ແຂກ ທີ່ ເດີນ ຜ່ານບ້ານເຜົ່າອາຄາ ຈະຕ້ອງພັກເຊົາເລັກນ້ອຍ ເພື່ອໃຫ້ເຂົາ ເຈົ້າພໍໃຈ ໃນການຕ້ອນຮັບ.
ເຜົ່າອາຄາ ມີບຸນປະເພນີຫລາຍຢ່າງ, ແຕ່ສຳຄັນກໍ່ຄື ບຸນໂອ້ນຊາ ຊຶ່ງຈັດຂຶ້ນໃນເດືອນ ສິງ ຫາ ຫາ ກັນຍາ. ບຸນປີໃໝ່ ຈັດຂຶ້ນໃນເດືອນ ມັງກອນ ຫລື ກຸມພາ ແລະ ອື່ນໆ. ການນຸ່ງຖື ຂອງ ເຜົ່າ ອາຄາ ທັງຜູ້ຊາຍ ແລະ ຍິງ ຕ່າງກໍ່ມີເອກະລັກສະເພາະ ແລະ ງົດງາມ.
ຜ່ານມາ ເຜົ່າອາຄາ ທຳການຜະລິດດ້ວຍການເຮັດໄຮ່ ເພື່ອປູກເຂົ້າ ແລະ ທາດແປ້ງ. ນອກ ນີ້ ເຂົາເຈົ້າຍັງລ້ຽງສັດ
ລະບົບການເມືອງໃນລາວ
ໂຄງປະກອບລະບົບການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີພັກປະຊາຊົນ ປະຕິວັດລາວ, ລັດ ສປປ ລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາກົນໄກ ແລະ ລະບອບລະບຽບ ໄປຄຽງຄູ່ກັນ.
ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຊຶ່ງເປັນພັກທີ່ໄດ້ນຳພາປະຊາຊົນບັນດາເຜົ່າ ຕ້ານຈັກກະພັດ ຜູ້ຮຸກຮານ ແລະ ໄດ້ຮັບໄຊຊະ ນະໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ພາລະກຳປະຫວັດສາດ ປົກປັກຮັກສາ-ສ້າງສາປະເທດຊາດ ແລະບູລະນະລະບອບປະຊາທິປະ ໄຕປະຊາຊົນກ້າວ
ສູ່ສັງຄົມນິຍົມ ເທື່ອລະກ້າວແນໃສ່ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ ປະຊາຊົນມີຄວາມຜາສຸກ ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳ.ພັກປະຊາຊົນ ປະຕິວັດ ລາວ ໄດ້ດຳເນີນກອງປະຊຸມໃຫຍ່ແລ້ວ 7 ຄັ້ງ, ແຕ່ລະຄັ້ງໄດ້ມີບົດລາຍງານການເມືອງວາງແຜນແນວທາງຍຸດທະສາດແຕ່່ລະສະໄຫມ ແລະ ເລືອກ ຜູ້ນຳຍຸດ ທະສາດ ແຕ່ລະຄັ້ງ ແລະ ຮັບຮອງເອົາກົດລະບຽບຂອງພັກ. ປະທານ ໄກສອນ ພົມວິຫານໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ແລະ ປະທານ ຄະນະບໍລິ ຫານ ງານສູນກາງພັກ ແຕ່ຄັ້ງທີ 1-5, ຈາກນັ້ນໄດ້ເລືອກຕັ້ງທ່ານ ຄຳໄຕ ສີພັນດອນ ເປັນປະທານພັກຈົນຮອດປະຈຸບັນ. ການຈັດຕັ້ງ ຂອງພັກມີ 4 ຂັ້ນຄື: ຂັ້ນສູນກາງ, ແຂວງ, ເມືອງ ແລະ ຮາກຖານ ເຊິ່ງເປັນແກນນຳໃຫ້ແກ່ຂະບວນການການຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ແລະ ການປົກປັກຮັກສາ ແລະ ສ້າງສາປະເທດ ຊາດ ໃນປະຈຸບັນ.
ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແມ່ນລັດປະຊາທິປະໄຕ ປະຊາຊົນ. ອຳນາດທັງຫມົດເປັນຂອງປະຊາຊົນ,ໂດຍປະ ຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິ ກອນ ແລະ ນັກຮຽນ ຮູ້ປັນຍາຊົນເປັນຫລັກແຫລ່ງ. ໂດຍມີປະທານປະເທດເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງຫນ້າໃຫ້ປະຊາ ຊົນລາວ ບັນດາເຜົ່າ ທັງຢູ່ພາຍໃນແລະຕໍ່ຕ່າງປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຢ່າງຫນ້ອຍ 2/3 ຂອງຈຳນວນສະມາ ຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການ 5 ປີ. ປະຈຸບັນແມ່ນທ່ານ ຄຳໄຕ ສີພັນດອນ ເປັນປະທານ.ລັດ ປະຊາທິປະໄຕປະຊາ ຊົນ ປະກອບດ້ວຍ 3 ອຳນາດຄື: ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນ ບັນດາເຜົ່າ,ເປັນອົງການອຳນາດ ແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງ ບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການ ເຄື່ອນໄຫວຂອງອົງການບໍລິຫານ, ສານປະ ຊາຊົນ ແລະ ອົງການໄອຍະການປະຊາຊົນ. ການກໍ່ສ້າງ ແລະ ປັບປຸງກົດຫມາຍມາຮອດປະຈຸບັນ ມີທັງ ຫມົດ 58 ສະບັບ. ສະພາແຫ່ງຊາດແຕ່ລະ ຊຸດມີອາຍຸ ຸການ 5 ປີ. ປະຈຸບັນແມ່ນສະແຫ່ງຊາດຊຸດທີ V ໂດຍແມ່ນທ່ານ ສະຫມານວິຍະເກດ ເປັນປະທານ.ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄຸ້ມຄອງຢ່າງເປັນເອກະພາບການ ປະຕິບັດຫນ້າທີ່ຂອງລັດໃນທຸກດ້ານ:ການເມືອງ,ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ ຄວາມ ສະຫງົບ ແລະ ການຕ່າງປະເທດ. ລັດຖະບານປະກອບດ້ວຍ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າ ກະຊວງ. ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ. ປະຈຸບັນ ແມ່ນ ທ່ານ ບຸນຍັງ ວໍລະຈິດ ເປັນນາຍົກລັດຖະ ມົນຕີ ໂດຍໄດ້ຮັບການແຕ່ງຕັ້ງຈາກປະ ທານປະເທດ ພາຍຫລັງສະພາແຫ່ງຊາດຮັບຮອງເອົາ ແລ້ວ.
ອ້າງຈາກ www.kplnet.net/lao
8/5/2011
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น