วันจันทร์ที่ 30 กรกฎาคม พ.ศ. 2555
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາ ແຫ່ງຊາດ ຊຸດທີ VII
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາ ແຫ່ງຊາດ ຊຸດທີ VII ໄດ້ອັດລົງຢ່າງເປັນທາງການ
ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII, ໄດ້ດຳເນີນມາແຕ່ວັນທີ 20 ມິຖຸນາ ແລະ ໄດ້ອັດລົງຢ່າງເປັນທາງການໃນວັນທີ 13 ກໍລະກົດ 2012 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານຜູ້ນຳພັກ – ລັດ, ສະມາຊິກສະພາແຫ່ງຊາດ, ຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ,ບັນດາທ່ານນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ແຂກຖືກເຊີນ. ກອງປະຊຸມກໍ່ໄດ້ຮັບຟັງ, ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນໃສ່ບົດລາຍງານຂອງພາກລັດຖະບານ, ບົດລາຍງານຂອງອົງການກວດສອບແຫ່ງລັດ, ບົດລາຍງານຂອງອົງການປົກປ້ອງກົດຫມາຍ, ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄຫມສາມັນເທື່ອທີ 3 ແລະ ທິດທາງວຽກງານແຕ່ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຫາເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII; ພ້ອມກັນນັ້ນກອງປະຊຸມກໍ່ໄດ້ຄົ້ນຄວ້າ, ພິຈາລະນາຮ່າງກົດຫມາຍຈຳນວນ 7 ສະບັບ ແລະ ທາບທາມຮ່າງກົດຫມາຍ 1 ສະບັບ, ພິເສດກອງປະຊຸມຍັງໄດ້ຮັບຟັງບົດປາໄສຂອງສະຫາຍ ຫງວຽນຊິງຮຸງ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມໃນໂອກາດທີ່ສະຫາຍພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ ສປປ ລາວ. ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ລົງມະຕິຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2011-2012 ແລະ ແຜນພັດທະນາເສດຖະກິດ-ສັງຄົມສົກປີ 2012 – 2013 ເຊິ່ງຕົ້ນຕໍແມ່ນສູ້ຊົນໃຫ້ອັດຕາເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນສົກປີ 2012 – 2013 ໃນລະດັບ 8,3% ມູນຄ່າຂອງ GDP 80.720 ຕື້ກີບ ໃນນັ້ນມີຂະແຫນງກະສິກຳເພີ່ມຂຶ້ນ 3,3% ກວມເອົາ 25,9%, ຂະແຫນງອຸດສາຫະກຳເພີ່ມຂຶ້ນ 15,5% ກວມເອົາ 31,9%, ຂະແຫນງບໍລິການເພີ່ມຂຶ້ນ 7% ກວມເອົາ 37,3% ແລະ ພາສີຂາເຂົ້າເພີ່ມຂຶ້ນ 4,2% ກວມເອົາ 5,8% ຂອງ GDP, ຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ2011 – 2012 ແລະ ແຜນງົບປະມານແຫ່ງລັດສົກປີ 2012 – 2013 ເຊິ່ງຕົ້ນຕໍຈະສູ້ຊົນປະຕິບັດລາຍຮັບງົບປະມານລວມ 19.571 ຕື້ກີບ ແລະ ລາຍຈ່າຍງົບປະມານ 23.413 ຕື້ກີບ ໃນສົກປີ 2012-2013, ຮັບຮອງເອົາບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2009 - 2010 ຕາມການສະເຫນີຂອງອົງການກວດສອບແຫ່ງລັດ, ມອບໃຫ້ອົງການກວດສອບແຫ່ງລັດສືບຕໍ່ດຳເນີນການກວດຄືນເພື່ອຊອກຫາສາເຫດຂອງການຜິດດ່ຽງໃນການຍົກຍອດບັນຊີຈຳນວນ 94,83 ຕື້
ກີບ ໃນສົກງົບປະມານ 2009 – 2010 ໃຫ້ຈະແຈ້ງຂຶ້ນຕື່ມແລ້ວລາຍງານຄືນໃຫ້ຄະນະປະຈຳສະພາແຫ່ງຊາດຮັບຊາບໃນເວລາອັນຄວນ, ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງອົງການປົກປ້ອງກົດຫມາຍ ໃນສົກປີ 2011 – 2012 ແລະ ທິດທາງວຽກງານສົກປີ 2012 – 2013 ເຊິ່ງມີວຽກງານຈຸດສຸມເຊັ່ນ: ອົງການໄອຍະການປະຊາຊົນຮີບຮ້ອນກະກຽມຮ່າງນິຕິກຳ ທີ່ກ່ຽວຂ້ອງກັບຂະແຫນງການຕົນເປັນຕົ້ນແມ່ນກົດຫມາຍວ່າດ້ວຍພະນັກງານໄອຍະການ, ສານປະຊາຊົນຕ້ອງສູ້ຊົນແກ້ໄຂຄະດີໃຫ້ສຳເລັດ 90% ພ້ອມທັງຮີບຮ້ອນກະກຽມບັນດານິຕິກຳທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານຂອງຕົນເປັນຕົ້ນແມ່ນລະບຽບຜູ້ພິພາກສາ, ລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສານທະຫານ ພ້ອມນີ້ກໍ່ໃຫ້ຮີບຮ້ອນສ້າງຄຳແນະນຳຂອງສານປະຊາຊົນສູງສຸດກ່ຽວກັບການດຳເນີນຄະດີ, ກະຊວງປ້ອງກັນຄວາມສະຫງົບສືບຕໍ່ຫັນກຳລັງຮາກຖານເປັນຕົ້ນແມ່ນຢູ່ ປກສ ບ້ານ ແລະ ກຸ່ມບ້ານ ໂດຍມີການສົມທົບກັບຄະນະພັກຮາກຖານເພື່ອຕິດຕາມກວດກາການເຄື່ອນໄຫວປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ຕຳຫລວດໃຫ້ມີຄວາມຮັດກຸມ, ໂປ່ງໃສ, ຮັບປະກັນຄວາມສະຫງົບ ແລະ ຄວາມປັນລະບຽບຮຽບຮ້ອຍໃນສັງຄົມ, ກະຊວງຍຸຕິທຳສືບຕໍ່ຫັນພະນັກງານລົງສົມທົບຊ່ວຍທ້ອງຖິ່ນທີ່ມີຄວາມຫຍຸ້ງຍາກທາງດ້ານບຸກຄະລາກອນເພື່ອນຳພາຕົວຈິງໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານແນໃສ່ຮັບປະກັນໃຫ້ສາມາດບັນລຸຄາດຫມາຍສູ້ຊົນໃຫ້ໄດ້ 60-70% ຂອງຈຳນວນຄຳຕັດສິນຂອງສານ. ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄຫມສາມັນເທື່ອທີ 3 ແລະ ທິດທາງວຽກງານແຕ່ກອງປະຊຸມສະໄຫມສາມັນເທື່ອທີ 3 ຫາເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII; ສຳລັບທິດທາງການເຄື່ອນໄຫວວຽກງານໃນ 1 ປີຕໍ່ຫນ້າໄດ້ກຳນົດເປັນ 6 ວຽກງານໃຫຍ່ ມີ 17 ແຜນງານຈຸດສຸມ ແລະ ຄາດຫມາຍສູ້ຊົນຈຳນວນຫນຶ່ງ ເຊັ່ນ: ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງໃຫ້ໄດ້ຢ່າງຫນ້ອຍ 480.000 ເທື່ອຄົນ,ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ໄດ້ຫລາຍຂຶ້ນ ແລະ ວ່ອງໄວກວ່າເກົ່າ; ການສ້າງ ແລະ ປັບປຸງກົດຫມາຍໃຫ້ສຳເລັດຢ່າງຫນ້ອຍ 20 ສະບັບ ຫລື ເທົ່າກັບ 22,22% ຂອງແຜນການ 5 ປີ ຮັບປະກັນຄວາມສອດຄ່ອງກັບທິດ 3 ສ້າງຂອງພັກ; ຍົກສູງຄຸນນະພາບຂອງການພິຈາລະນາຕົກລົງບັນດາບັນຫາສຳຄັນຂອງຊາດ; ເຄື່ອນໄຫວຕ່າງປະເທດ ຢ່າງມີຈຸດສຸມ ແລະ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາກົດຫມາຍທັງຫມົດ 7 ສະບັບ, ໃນນີ້ມີກົດຫມາຍທີ່ສ້າງໃຫມ່ 2 ສະບັບຄື: ກົດຫມາຍວ່າດ້ວຍ
ການສົ່ງຜູ້ຮ້າຍຂ້າມແດນ ແລະ ກົດຫມາຍວ່າດ້ວຍການສ້າງນິຕິກຳ ແລະ ກົດຫມາຍປັບປຸງຈຳນວນ 5 ສະບັບຄື: ກົດຫມາຍວ່າດ້ວຍການດຳເນີນຄະດີແພ່ງ, ກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ, ກົດຫມາຍວ່າດ້ວຍການກິລາ – ກາຍະກຳ, ກົດຫມາຍວ່າດ້ວຍຊັບສິນຂອງລັດ ແລະ ກົດຫມາຍວ່າດ້ວຍການກວດສອບແຫ່ງລັດ. ກອງປະຊຸມໄດ້ເລືອກຕັ້ງຮັບຮອງປະທານອົງການກວດສອບສູນກາງຜູ້ໃຫມ່ ແລະ ຮັບຮອງເອົາການເລືອກຕັ້ງ ສ.ສ.ຊ ທົດແທນຢູ່ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນຫນຶ່ງທ່ານ.ໃນໂອກາດນີ້ທ່ານນາງ ປານີ ຢາທໍ່ຕູ້ ກໍ່ໄດ້ຂຶ້ນກ່າວສູນທອນພົດອັດກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ຢ່າງເປັນທາງການ.
ອ້າງອິງ: http://www.vimalao.de/laos/?p=7377
ວັນທີ່ 30/7/2012 ເວລາ 17:06
วันเสาร์ที่ 28 กรกฎาคม พ.ศ. 2555
ບ້ານວັດທະນະທຳດີເດັ່ນ ບ້ານຜານົມ
ບົດນຳ
ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ມີປະຊາກອນປະມານ 6 ລ້ານກວ່າຄົນ ແບ່ງເຂດການປົກຄອງອອກເປັນ 1 ນະຄອນຫຼວງ 16 ແຂວງ 140 ເມືອງ 10. 780 ບ້ານ ໃນທົ່ວປະເທດ (ທອງດາ ສຸພາສິິດ. 2009 : 12-25) ປະຊາກອນປະກອບດ້ວຍຫຼາຍຊົນເຜົ່າ ທີ່ມີພາສາ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະ ເພື່ອໃຫ້ຄວາມເປັນເອກະພາບ ແລະ ສອດຄ່ອງກັບພູມມີປະເທດໃນການພັດທະນາ ເສດຖະກິດສັງຄົມ ແລະ ວັດທະນະທຳໃນຍຸກໃໝ່ທາງລັດຖະບານຈຶ່ງໄດ້ຈັດແບ່ງຊົນເຜົ່າອອກເປັນ 49 ຊົນເຜົ່າ ຕາມ 4 ໝວດພາສາ ຄື ພາສາລາວໄຕ ມອນຂະແມ ຈີນທິເບດ ແລະ ມົ້ງອີວມ່ຽນ
ປະຊາກອນທັງໝົດຢູ່ພາຍໃຕ້ການປົກຄອງຕາມລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ. ລາວ ເຊິ່ງແບ່ງເຂດການປົກຄອງອອກເປັນ 2 ຮູບແບບ ຄື ການປົກຄອງຂັ້ນສູນກາງ ແລະ ການປົກຄອງຂັ້ນທ້ອງຖິ່ນ ການປົກຄອງຂັ້ນສູນກາງ ປະກອບດ້ວຍບັນດາກະຊວງ ສຳນັກງານນາຍົກລັດຖະມົນຕີ ແນວລາວສ້າງຊາດ ສູນກາງກຳມະບານ ສູນກາງຊາວໜຸ່ມ ສູນກາງສະຫະພັນແມ່ຍິງ ເຊິ່ງຢູ່ພາຍໃຕ້ການຊີ້ນຳຂອງນາຍົກລັດຖະມົນຕີ ສ່ວນການປົກຄອງຂັ້ນທ້ອງຖິ່ນ ປະກອບດ້ວຍ ແຂວງ ນະຄອນຫຼວງ ເມືອງ ແລະ ບ້ານ ສປປ. ລາວໄດ້ສະຖາປານາປະເທດໃນວັນທີ່ 2 ທັນວາ 1975 ພັກແລະລັດຖະບານໄດ້ໃຫ້ຄວາມສຳຄັນໃນການພັດທະນາຫຼາຍ ໆ ດ້ານ ເຊັ່ນ ການເມືອງການປົກຄອງ ເສດຖະກິດ ສັງຄົມ ແລະ ວັດທະນະທຳຕະຫຼອດມາ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ 8 ຂອງພັກປະຊາຊົນປະຕິວັດລາວໄດ້ກຳໜົດແຜນພັດທະນາແຕ່ປີ ຄ.ສ 2006-2010 ຄື 1) ປະຕິບັດແຜນທາງເສດຖະກິດໃຫ້ມີການຈະເລີນເຕີບໂຕຢ່າງພຽງພໍ 2) ພັດທະນາຄວາມສົມດູນລະຫວ່າງເສດຖະກິດສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ 3) ປັບປຸງແລະສົ່ງເສີມຂອງລັດ ແລະ ເສດຖະກິດຮ່ວມມືຂອງປະຊາຊົນ 4) ເພີ່ມກຳລັງແຮງການພັດທະນາຄວາມສາມາດພາກທຸລະກິດຢ່າງເປັນລະບົບ ແລະ ຮອບດ້ານ 5) ສ້າງ ແລະ ບູລະນະໂຄງຮ່າງພື້ນຖານຢ່າງມີຈຸດໝາຍທີ່ເໝາະສົມ 6) ສືບຕໍ່ເປີດກວ້າງ ແລະ ພັດທະນາປະສິດທິພາບການພົວພັນເສດຖະກິດ ການຄ້າການລົງທຶນ ແລະ ການບໍລິການ 7) ປັບປຸງສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເງິນ ເງິນຕາ ລະບົບອົງການ ການເງິນ ແກ້ໄຂໜີ້ສິນໃຫ້ດີ 8) ພັດທະນາການສຶກສາສູ່ຄຸນນະພາບແຮງງານ 9) ປະຕິຮູບການປົກຄອງ ແລະ ປັບປຸງການບໍລິຫານຂອງລັດຂັ້ນສ່ວນກາງ ແລະ ທອ້ງຖິ່ນ 10) ປັບປຸງກໍ່ສ້າງກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ເຫດຜົນທີ່ກຳໜົດແຜນດັ່ງກ່າວໄວ້ເພື່ອພັດທະນາປະເທດຊາດທີ່ດ້ອຍພັດທະນາກ້າວໄປເປັນປະເທດກຳລັງພັດທະນາໃນປີ ຄ.ສ 2020 ສ້າງຄວາມໝັ້ນຄົງທາງດ້ານການເມືອງກ້າວໄປເປັນອຸດສາຫະກຳແລະທັນສະໄໝເທື່ອລະກ້າວ ປະຊາຊົນມີຄວາມສຸກ ຍຸດຕິທຳ ແລະ
ຈະເລີນຮຸ່ງເຮືອງ (ສຳນັກງານນາຍົກລັດຖະມົນຕີ. 2006 : 111)
ແຂວງຫຼວງພະບາງໄດ້ຖືກຮັບຮອງບັນທຶກເຂົ້າບັນຊີເມືອງມໍລະດົກໂລກຈາກອົງການຢູເນັດສະໂກ ເມື່ອວັນທີ່ 2 ທັນວາ 1995 ດ້ວຍເງື່ອນໄຂ 3 ປະການ ໃນບັນດາ 6 ເງື່ອນໄຂຂອງອົງການຢູເນັດໂກໄດ້ກຳໜົດຄື ເງື່ອນໄຂທີ່ 2 ນຳເອົາຫຼັກຖານທີ່ສະແດງອິດທິພົນຂອງການແລກປ່ຽນອັນໜຶ່ງໃນເວລາໃດໜຶ່ງ ຫຼື ໃນພື້ນທີ່ວັດທະນະທຳກຳໜົດໃດໜຶ່ງບົນພື້ນຖານການພັດທະນາສະຖາປັດຕິຍະກຳ ຫຼື ເຕັກໂນໂລຍີຂອງສີລະປະ ອະນຸສາວະລີ ຜັງເມືອງ ຫຼື ການກໍ່ສ້າງວີວທີວທັດ(ທັດສະນີຍະພາບ) ທໍາມະຊາດ ເງື່ອນໄຂທີ່ 4 ສະເໜີຕົວຢ່າງອັນປະເສີດຂອງປະເພດການກໍ່ສ້າງອັນໜຶ່ງ ຫຼື ທັງໝົດກ່ຽວກັບສະຖາປັດຕິຍະກຳ ຫຼື ເຕັກໂນໂລຍີ ຫຼື ວີວທີວທັດ ທີ່ເຮັດໃຫ້ຊື່ສຽງຂອງຊ່ວງໄລຍະໃດໜຶ່ງ ຫຼື ຫຼາຍໄລຍະທີ່ມີຄວາມໝາຍປະຫວັດສາດຂອງມະນຸດ ເງື່ອນໄຂທີ່ 6 ເປັນນາມມະທຳໂດຍກົງ ຫຼື ເປັນຮູບປະທຳຮວມເຂົ້າກັນ ທຸກປະການ ຫຼື ປະເພນີທີ່ມີຊີວິດຊີວາ ແນວຄວາມຄິດ ຄວາມເຊື່ອ. ແຂວງຫຼວງພະບາງຕັ້ງຢູ່ພາກເໜື່ອຂອງ ສປປ. ລາວ ມີເນື້ອທີ່ 16,875 ຕະລາງກິໂລແມັດ ມີປະຊາກອນປະມານ 413,000 ຄົນ (ຄຳແພງ ໄຊສົມແພງ. 2010 : 1) ເຊິ່ງເຄີຍເປັນນະຄອນຫຼວງຂອງປະເທດມາກ່ອນລະຫວ່າງປີ ຄ.ສ. 1560 ພະເຈົ້າໄຊເສດຖາທິລາດໄດ້ຍ້າຍນະຄອນຫຼວງລົງໄປຕັ້ງຢູ່ວຽງຈັນຈົນເຖິງປັດຈຸບັນ ແຂວງຫຼວງພະບາງເປັນເມືອງທີ່ມີວັດຖຸບູຮານປູສະນິຍະຖານອັນມີຊື່ສຽງທີ່ສະແດງໃຫ້ເຫັນເຖິງຮ່ອງຮອຍແຫ່ງອາລິຍະທຳ ສີລະປະກຳທາງວັດທະນະທຳ ແລະ ຝີມືອັນປານີດຂອງບັນພະບູລຸດທີ່ໄດ້ສ້າງໄວ້ ແລະ ແບ່ງເຂດການປົກຄອງອອກເປັນ 13 ເມືອງ ຄື ຫຼວງພະບາງ ຊຽງເງິນ ຈອມເພັດ ນານ ປາກອູ
ນ້ຳບາກ ງອຍ ປາກແຊງ ໂພນໄຊ ພູຄູນ ແລະ ໂພນທອງ ແຕ່ລະເມືອງມີຫຼາຍຊົນເຜົ່າທີ່ດຳລົງຊີວິດແຕກຕ່າງກັນຕາມສະພາບແວດລ້ອມ ຊົນເຜົ່າລື້ເປັນຊົນເຜົ່າໜຶ່ງທີ່ດຳລົງຊີວິດເປັນຈຳນວນຫຼວງຫຼາຍໃນແຂວງຫຼວງພະບາງເຊິ່ງຈັດຢູ່ໃນໝວດພາສາລາວໄຕເພາະມີຮີດຄອງປະເພນີໃກ້ຄຽງກັບຊົນເຜົ່າລາວລຸ່ມ ເຖິງແມ່ນວ່າຊົນເຜົ່າລື້ບໍ່ໄດ້ເປັນຊົນເຜົ່າດັ່ງເດີມແຕ່ເຜົ່າລື້ກໍມີວັດທະນະທຳອັນໂດດເດັ່ນເປັນເອກະລັກ ເຊັ່ນ ວິຖີຊີວິດ ພາສາ ການແຕ່ງກາຍ ການຕ່ຳຫູກ ອື່ນ ໆ ຕາມພັກແລະລັດຖະບານ ສປປ. ລາວໄດ້ວາງນະໂຍບາຍໂດຍຖືເອົາແຂວງເປັນຫົວໜາວຍຍຸດທະສາດ ເມືອງເປັນຫົວໜ່ວຍແຜນການ ການເງິນ ບ້ານເປັນຫົວໜ່ວຍຈັດຕັ້ງປະຕິບັດ ນະໂຍບາຍນີ້ໄດ້ຖືເອົາຄອບຄົວເປັນຫົວໜ່ວຍເສດຖະກິດການຜະລິດທີ່ສຳຄັນເພື່ອປະກອບເຂົ້າໃນການພັດທະນາເສດຖະກິດ ວັດທະນາທຳ ສັງຄົມ ຄວາມສະຫງົບສຸກຂອງຊາດມາເປັນເກນກຳໜົດມາດຕະຖານໃນການສ້າງຄອບຄົວ ແລະ ບ້ານວັດທະນະທຳໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ບ້ານຜານົມຈຶ່ງເປັນບ້ານໜຶ່ງທີ່ໄດ້ຮັບການສົ່ງເສີມຈາກລັດຖະບານທີ່ໄດ້ໃຫ້ການສົ່ງເສີມທາງດ້ານການບໍລິຫານຈັດການພັດທະນາບ້ານດັ່ງກ່າວ ເຊິ່ງປະກອບດ້ວຍ ນາຍບ້ານ ຮອງນາຍບ້ານ ອົງການຈັດຕັ້ງຕ່າງ ໆ ເພື່ອໃຫ້ມີຄວາມສະດວກໃນການຄຸ້ມຄອງ ແລະ ໄປຕາມແຜນໃນການພັດທະນາຂອງລັດຖະບານໃຫ້ມີຄວາມເຂັ້ມແຂງທາງເສດຖະກິດ ສັງຄົມ ສາມາດເພິ່ງຕົນເອງໄດ້ ຈຶ່ງເຮັດໃຫ້ອົງການຈັດຕັ້ງດັ່ງກ່າວເຂົ້າມາມີບົດບາດໃນການມີສ່ວນຮ່ວມວາງແຜນເພື່ອພັດທະນາບ້ານຂອງຕົນໃນດ້ານການເມືອງ ການປົກຄອງ ສັງຄົມ ວັດທະນາທຳ ແລະ ຄວາມສະຫງົບສຸກຂອງບ້ານ ເຮັດໃຫ້ຊີວິດຄວາມເປັນຢູ່ຂອງປະຊາຊົນດີຂຶ້ນ
ເມື່ອໄດ້ຮັບການສົ່ງເສີມ ແລະ ຜ່ານການກວດກາຈາກລັດຖະບານເຫັນວ່າຖືກຕ້ອງຕາມເງື່ອນໄຂທຸກປະການ ຈຶ່ງໄດ້ປະກາດໃຫ້ບ້ານຜານົມເປັນບ້ານວັດທະນະທຳໃນປີ ຄ.ສ. 2000 ຕາມມະຕິ 9 ສະໄໝທີ່ 5 ກົມການເມືອງສູນກາງພັກ ລົງວັນທີ່ 8 ມິຖຸນາ 1993 ແລະ ຄຳແນະນຳ ກະຊວງຖະແຫຼງຂ່າວວັດທະນະທຳ ລົງວັນທີ່ 14 ກຸມພາ 1996 ວ່າດ້ວຍການກໍ່ສ້າງ ບ້ານວັດທະນະທຳ ເຖິງແມ່ນວ່າຈະເປັນເວລາຫຼາຍ 10 ປີຜ່ານມາກໍຕາມການດຳເນີນງານການສ້າງບ້ານວັດທະນະທຳກໍຍັງດຳເນີນຕໍ່ໄປສິ່ງສຳຄັນຄື ການສ້າງຄົນວັດທະນະທຳ ສ້າງຄອບຄົວວັດທະນະທຳເພື່ອໃຫ້ທຸກຄົນມີສ່ວນຮ່ວມໃນການວາງແຜນພັດທະນາບ້ານວັດທະນະທຳໃຫ້ຄົງຢູ່ ແລະ ເປັນໜ້າສົນໃຈຂອງນັກທ່ອງທ່ຽວ ດ້ວຍຄວາມເປັນເອກະລັກທາງວັດທະນະທຳຍັງຄົງມີຢູ່ ເຊັ່ນ ວິຖີຊີວິດ ການແຕ່ງກາຍ ພາສາປາກເວົ້າ ຮີດຄອງປະເພນີ ແລະ ການຕ່ຳຫູກເຊິ່ງເປັນຈຸດເດັ່ນໃນການສ້າງເສດຖະກິດຊຸມຊົນໃຫ້ໝັ້ນຄົງ ແລະ ດ້ານວັດທະນະທຳ ສັງຄົມ ຄວາມສະຫງົບ ໄດ້ຮັບການພັດທະນາດີຂຶ້ນຕາມລຳດັບ ຈຶ່ງເຮັດໃຫ້ບ້ານຜານົມໄດ້ຮັບການຍົກຍ້ອງເປັນບ້ານສາທາລະນະສຸກແບບຢ່າງ ບ້ານປອດຄະດີ ບ້ານພັດທະນາ ແລະ ບ້ານແມ່ຍິງສາມດີ ສິ່ງທີ່ກ່າວມານີ້ກາຍເປັນເອກະລັກ ແລະ ເປັນວິຖີຊີວິດດັ່ງເດີມ ຈຶ່ງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງຫຼວງພະບາງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມໃນແຕ່ລະວັນເປັນຈຳນວນຫຼວງຫຼາຍ ແລະ ການພັດທະນາບ້ານຜານົມໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງເພາະປະຊາຊົນໄດ້ມີສ່ວນຮ່ວມທາງດ້ານການປົກຄອງ ເສດຖະກິດ ສັງຄົມ ວັດທະນະທຳ ຈຶ່ງເຮັດໃຫ້ຜູ້ວິໄຈມີຄວາມສົນໃຈທີ່ຈະສຶກສາ ການບໍລິຫານຈັດການບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ ເພື່ອໃຫ້ໄດ້ເຫັນຮູບແບບການບໍລິຫານຈັດການຂອງບ້ານ ແລະ ໃຊ້ເປັນຮູບແບບໃຫ້ກັບໝູ່ບ້ານອື່ນ ໆ ໄດ້ສຶກສານຳໄປປະຍຸກ (ປັບ) ໃຊ້ຕໍ່ໄປ
ຄຳຖາມການວິໄຈ
1. ບໍລິບົດບ້ານວັດທະນາທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ
ແຂວງຫຼວງພະບາງເປັນແນວໃດ?
2. ບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ ແຂວງຫຼວງພະບາງມີການບໍລິຫານຈັດການແນວໃດ?
ວັດຖຸປະສົງຂອງການວິໄຈ
1. ເພື່ອສຶກສາບໍລິບົດບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ
ແຂວງຫຼວງພະບາງ
2. ເພື່ອສຶກສາການບໍລິຫານຈັດການບ້ານວັດທະນະທຳດີເດັ່ນ ບ້ານຜານົມ
ເມືອງຫຼວງພະບາງ ແຂວງຫຼວງພະບາງ
ປະໂຫຍດທີ່ໄດ້ຮັບ
1. ໄດ້ຮູ້ບໍລິບົດບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ
ແຂວງຫຼວງພະບາງ
2. ໄດ້ຮູ້ເຖິງການບໍລິຫານຈັດການບ້ານວັດທະນະທຳດີເດັ່ນ ບ້ານຜານົມ
ເມືອງຫຼວງພະບາງ ແຂວງຫຼວງພະບາງ
3. ເປັນຂໍ້ສະເໜີແນະໃນການບໍລິຫານຈັດການບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ ແລະ ເປັນແນວທາງສຳຫຼັບບ້ານອື່ນ ໆ
ວິທີດຳເນີນການວິໄຈ
ການວິໄຈຄັ້ງນີ້ຜູ້ວິໄຈໄດ້ໃຊ້ການວິໄຈແບບຄຸນນະພາບມີວັດຖຸປະສົງໃນການສຶກສາບໍລິບົດແລະ ການບໍລິຫານຈັດການບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງໂດຍມີວິທີການດຳເນີນການວິໄຈຕາມຂັ້ນຕອນດັ່ງນີ້
1. ພື້ນທີ່ສຶກສາ
ຜູ້ວິໄຈໄດ້ສຶກສາສະເພາະບ້ານຜານົມ ເມືອງຫຼວງພະບາງ ເທົ່ານັ້ນເພາະເປັນບ້ານວັດທະນະທຳດີເດັ່ນ ເຊິ່ງໄດ້ຮັບການຢັ້ງຢືນຈາກລັດຖະບານ
2. ກຸ່ມເປົ້າໝາຍ
ການວິໄຈຄັ້ງນີ້ໄດ້ກຳໜົດຜູ້ໃຫ້ຂໍ້ມູນໃນການສຶກສາໂດຍເລືອກແບບເຈາະຈົງກຳໜົດບຸກຄົນທີ່ກ່ຽວຂ້ອງທີ່ສາມາດໃຫ້ຂໍ້ມູນໄດ້ໂດຍສາມາດແບ່ງເປັນ 2 ພາກສ່ວນ ເຊັ່ນ ພະນັກງານຂອງລັດທີ່ກ່ຽວຂ້ອງ ແລະ ປະຊາຊົນບ້ານຜານົມ
3. ຂອບເຂດດ້ານເນື້ອໃນ
ເນື້ອໃນທີ່ສຶກສາການວິໄຈເລື່ອງ ການສຶກສາບ້ານວັດທະນະທຳດີເດັ່ນ ບ້ານ
ຜານົມ ເມືອງຫຼວງພະບາງ ຄັ້ງນີ້ຜູ້ວິໄຈໄດ້ສຶກສາຕາມກອບເນື້ອໃນທີ່ກຳໜົດໄວ້ໃນຂອບເຂດການວິໄຈຕາມເນື້ອໃນຄຳຖາມແຕ່ລະຂໍ້ດັ່ງນີ້
3.1 ສຶກສາບໍລິບົດບ້ານວັດທະນະທຳດີເດັ່ນ ບ້ານຜານົມໃນດ້ານຕ່າງ ໆ ດັ່ງນີ້
3.1.1 ປະຫວັດຄວາມເປັນມາຂອງບ້ານຜານົມ
3.1.2 ສະພາບທາງພູມີສາດ
3.1.3 ບໍລິບົດດ້ານສັງຄົມ ວັດທະນະທຳ
3.2 ສຶກສາການບໍລິຫານຈັດການບ້ານວັດທະນະທຳດີເດັ່ນ ບ້ານຜານົມໃນດ້ານຕ່າງ ໆ ດັ່ງນີ້
3.2.1 ອົງປະກອບການບໍລິຫານຈັດການບ້ານຜານົມ
1) ສັງຄົມວັດທະນະທຳ ໄດ້ແກ່ ປະຊາກອນ ຄວາມເຊື່ອປະເພນີ ພິທີກຳ
2) ສາທາລະນະສຸກແລະສິ່ງແວດລ້ອມ
3) ການເມືອງການປົກຄອງ
4) ເສດຖະກິດ
5) ການສຶກສາ
3.2.2 ຂະບວນການບໍລິຫານຈັດການບ້ານຜານົມ ໄດ້ແກ່ ການວາງແຜນ ການຈັດຕັ້ງອົງການ ການບັງຄັບບັນຊາ ການປະສານງານ ແລະ ການຄວບຄຸມ
4. ເຄື່ອງທີ່ໃຊ້ໃນການວິໄຈ
ການວິໄຈຄັ້ງນີ້ເປັນ ການວິໄຈແບບຄຸນນະພາບ ດັ່ງນັ້ນເຄື່ຶອງມືທີ່ສຳຄັນທີ່ໃຊ້ໃນການວິໄຈ ຄື ຜູ້ວິໄຈ ເຊິ່ງໄດ້ສຶກສາເອກະສານແລະງານວິໄຈທີ່ກ່ຽວຂ້ອງ ແລະ ລົງໄປພື້ນທີ່ເພື່ອສຳຫຼວດຂໍ້ມູນພາກສະໜາມເພື່ອປະກອບການຄັດເລືອກພື້ນທີ່ວິໄຈກໍລະນີສຶກສາແລະຕັດສິນໃຈເລືອກສຶກສາບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ ແຂວງ
ຫຼວງພະບາງ ເພາະເປັນບ້ານຂອງຊົນເຜົ່າລື້ທີ່ມາຕັ້ງຖິ່ນຖານຢູ່ນີ້ຫຼາຍຮ້ອຍປີ ເຊິ່ງເປັນບ້ານທີ່ໄດ້ຮັບການພັດທະນາ ແລະ ມີເອກະລັກທາງວັດທະນະທຳແບບດັ່ງເດີມ ໂດຍໃຊ້ອຸປະກອນໃນການເກັບຮວບຮວມຂໍ້ມູນ ຄື ແບບສຳພາດມີໂຄງສ້າງ ແລະ ການສັງເກດ ກ້ອງຖ່າຍຮູບ ກ້ອງວີດີໂອ ເຄື່ອງບັນທຶກສຽງ ແລະ ປື້ມບັນທຶກ
5. ການເກັບຮວບຮວມຂໍ້ມູນ
ໃນການວິໄຈຄັ້ງນີ້ຜູ້ວິໄຈໃຊ້ວິທີການສຶກສາ ແລະ ເກັບຮວບຮວມຂໍ້ມູນດ້ວຍສອງວິທີ ຄື ການເກັບຂໍ້ມູນຈາກເອກະສານແລະງານວິໄຈທີ່ກ່ຽວຂ້ອງກັບຫົວຂໍ້ງານວິໄຈ ແລະ ການເກັບຮວບຮວມຂໍ້ມູນຈາກພາກສະໜາມໂດຍເຂົ້າໄປສຶກສາພາຍໃນບ້ານຜານົມດ້ວຍການສຳພາດ ສັງເກດການ ແລະ ຖ່າຍຮູບປະກອບການວິໄຈ
6. ການຫາຄຸນນະພາບຂອງຂໍ້ມູນ
ຂໍ້ມູນທີ່ໄດ້ມາຈາກການສຳພາດໃນການສຶກສາພາກສະໜາມນັ້ນມາກວດສອບຫາຄຸນນະພາບຂອງຂໍ້ມູນຕາມແນວຄິດແບບສາມເສົ້າຖ້າຂໍ້ມູນທີ່ໄດ້ມາຫາກຖືກຕ້ອງສອດຄ່ອງຈະນຳເອົາຂໍ້ມູນໄປນຳໃຊ້ເຂົ້າໃນການວິເຄາະ ຖ້າຂໍ້ມູນທີ່ໄດ້ມາບໍ່ສອດຄ່ອງຈະບໍ່ນຳເອົາມາວິເຄາະ
7. ການວິເຄາະຂໍ້ມູນ
ຜູ້ວິໄຈນຳຂໍ້ມູນທີ່ໄດ້ຈາກການສຶກສາເອກະສານທີ່ກ່ຽວຂ້ອງ ແລະ ຂໍ້ມູນຈາກການສຳພາດ ການສັງເກດໃນການສຶກສາພາກສະໜາມມາຈັດລະບົບເປັນໝວດໝູ່ຕາມກອບຄວາມຄິດເນື້ອໃນທີ່ສຶກສາ ໃນການວິເຄາະຂໍ້ມູນໃຊ້ວິທີວິເຄາະແບບເນື້ອໃນ ໃນການບັນຍາຍຕາມຂໍ້ມູນທີ່ໄດ້ມາຈາກການສຳພາດ ແລະ ສັງເກດໂດຍໃຊ້ການຕີຄວາມເພື່ອມາສັງເຄາະເປັນເນື້ອໃນ ໃນການສຶກສາການບໍລິຫານຈັດການບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງ
ຫຼວງພະບາງ ແຂວງຫຼວງພະບາງ
8. ການນໍາສະເໜີຜົນການສຶກສາ
ການວິໄຈຄັ້ງນີ້ຜູ້ວິໄຈຈະນຳສະເໜີຜົນການສຶກສາຄົ້ນຄວ້າດ້ວຍວິທີພັນລະນາວິເຄາະ ແບບເປັນການບັນຍາຍ ອະທິບາຍເຖິງຂໍ້ເທັດຈິງເພື່ອໃຫ້ການນຳສະເໜີມີຄວາມຊັດເຈນຜູ້ວິໄຈໃຊ້ແຜນທີ່ ແລະ ຮູບພາບປະກອບ ໃນການນຳສະເໜີຜົນການວິໄຈ ຜູ້ວິໄຈໃຊ້ຊື່ບຸກຄົນ ແລະ ສະຖານທີ່ຈິງ ທີ່ໄດ້ຮັບການອະນຸຍາດຈາກບຸກຄົນທີ່ກ່ຽວຂ້ອງໃນການໃຫ້ຂໍ້ມູນຄັ້ງນີ້
ຜົນຂອງການວິໄຈ
ການວິໄຈເລື່ອງ ການສຶກສາບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງ
ຫຼວງພະບາງ ແຂວງຫຼວງພະບາງ ຜູ້ວິໄຈໄດ້ສະຫຼຸບຜົນການວິໄຈຕາມວັດຖຸປະສົງດັ່ງນີ້
1. ບໍລິບົດບ້ານຜານົມ
ການສຶກສາດ້ານບໍລິບົດບ້ານຜານົມຜູ້ວິໄຈໄດ້ສຶກສາດ້ານປະຫວັດຄວາມເປັນມາ ດ້ານສະພາບພູມີສາດ ແລະ ດ້ານບໍລິບົດສັງຄົມວັດທະນະທຳດັ່ງນີ້
1.1 ປະຫວັດຄວາມເປັນມາຂອງບ້ານຜານົມ
ຊົນເຜົ່າລື້ແຂວງຫຼວງພະບາງມີຖິ່ນຖານກຳເນີດມາຈາກ ບ້ານລິ້ງ ບ້ານລີ່ ເມືອງຊຽງຮຸ່ງແຄ້ວນສິບສອງປັນນາ (ປະເທດຈີນ) ເຈົ້າເມືອງຊຽງຮຸ່ງໄດ້ມອບລູກສາວຊື່ ນາງແກ້ວສີດາຂອງຕົນໃຫ້ເຈົ້າຊີວິດເມືອງຫຼວງພະບາງ ຊື່ເຈົ້າອຸ່ນເມືອງ ຫຼື ເຈົ້າສາມແສນໄທ ຫຼື ເຈົ້າອຸ່ນເຮືອນ ໄດ້ເກນເອົາໄພ່ພົນຊາວລື້ທັງຍິງ-ຊາຍຈຳນວນຫຼວງຫຼາຍເພື່ອແຫ່ ນາງ
ແກ້ວສີດາມາຖະຫວາຍໃຫ້ເຈົ້າຊີວິດເມືອງຫຼວງພະບາງເມື່ອມາເຖິງແລ້ວເຈົ້າຊີວິດກໍໃຫ້ພວກໄພ່ພົນເປັນຄົນໃຊ້ຢູ່ໃນວັງຕໍ່ໄປ (ໜຽວ ສີວິໄລທອນ. 2002 : 4) ແລະສອດຄ່ອງກັບ ສີລາ
ວິລະວົງສ໌ (2001 : 48-52) ກ່າວວ່າ ເມື່ອເຈົ້າຟ້າງຸ່ມມະຫາລາດສະເຫວີຍລາຊະສົມບັດຢູ່ນະຄອນຊຽງທອງ ພະອົງກໍມີລາຊະໂອລົດ ພະທິດາປະສູດຈາກພະນາງແກ້ວເກງຍາອັກຄະລະມະເຫສີ ລວມສາມພະອົງ ຄື ທ້າວອຸ່ນເມືອງ ທ້າວຄຳກອງ ແລະ ນາງແກ້ວເກດສີໃນ ຄ.ສ. 1373 ເຈົ້າຟ້າງຸ່ມ ເຊິ່ງໄດ້ສະເດັດສະຫວັນຄົດຈາກນັ້ນພວກເສນາອາມາດທັງຫຼາຍຈຶ່ງອະພິເສກທ້າວອຸ່ນເມືອງສະເຫວີຍລາຊະສົມບັດໃນນະຄອນຊຽງທອງ (ພວກເສນາອາມາດຈຶ່ງຖະຫວາຍນາມວ່າ ພະຍາສາມແສນໄທໄຕພູວະນາຖາປັດສຣີສັດຕະນາ) ຕັ້ງແຕ່ ຄ.ສ. 1374 ເປັນຕົ້ນມາ ບ້ານເມືອງຈຶ່ງມີຄວາມສະຫງົບສຸກທຸກຖ້ວນໜ້າເຮັດໃຫ້ຊື່ສຽງຂອງພະອົງແຜ່ກະຈາຍໄປທຸກປະເທດ ພະມະຫາກະສັດທັງຫຼາຍຢູ່ໃນນາ ໆ ປະເທດຈຶ່ງສົ່ງລາຊະການ ແລະ ລາຊະທິດາມາຖະຫວາຍເປັນຈຳນວນຫຼວງຫຼາຍ ຄື ພະເຈົ້າເມືອງຊຽງຮຸ່ງ ສົ່ງລາຊະທິດານາມວ່າ ນາງແກ້ວສີດາມາຖະຫວາຍພະຍາສາມແສນໄທ ແລະ ມີລາຊະໂອລົດປະສູດຈາກຕ່າງມານດາລວມທັງໝົດ 5 ພະອົງ ສ່ວນນາງແກ້ວສີດາໄດ້ປະສູດໂອລົດທີ່ມີນາມວ່າ ທ້າວຄຳເຕັມຊ້າ ເມື່ອໃຫຍ່ຂຶ້ນມາກໍໄປຄອງເມືອງປາກຫ້ວຍຫຼວງມີພະນາມວ່າ ພະຍາປາກຫ້ວຍຫຼວງ
ຕໍ່ມາຊາວລື້ໄດ້ແຕ່ງງານຂະຫຍາຍຄອບຄົວຫຼາຍຂຶ້ນເຈົ້າຊີວິດຈຶ່ງໄດ້ໃຫ້ອອກໄປທຳມາຫາກິນຢູ່ບ່ອນອື່ນຕາມຄວາມເໝາະສົມ ຈາກນັ້ນ, ຊາວລື້ກໍໄດ້ແຍກອອກເປັນສອງກຸ່ມ ຄື ກຸ່ມທີ່ 1 ຍ້າຍອອກໄປຢູ່ແຄມແມ່ນ້ຳອູ ແລະ ຕັ້ງບ້ານເຮືອນຢູ່ແຄມແມ່ນ້ຳດັ່ງກ່າວ ເຊັ່ນ ບ້ານວັງແລ ຫາດຄໍ້ ຫ້ວຍເທຶງ ແລະ ບ້ານອື່ນ ໆ ສ່ວນກຸ່ມທີ່ 2 ຍ້າຍໄປຢູ່ແຄມແມ່ນ້ຳຄານ ເຊັ່ນ ບ້ານຜານົມ ຫ້ວຍອຶ່ງ ພິກ ແລະ ບໍ່ແຫ້ ສ່ວນບ້ານຜານົມຫຼັງຈາກຍ້າຍອອກຈາກເຈົ້າຊີວິດແລ້ວກໍພາກັນມາຢູ່ບ້ານນາອ້ອມດອນ (ບ້ານນາສຳພັນປັດຈຸບັນ) ເຫັນວ່າການດຳລົງຊີວິດມີຄວາມຫຍຸ້ງຍາກທັງໄກແມ່ນ້ຳດັ່ງນັ້ນໄດ້ມີຄູບານາກ ແລະ ຍາດພີ່ນ້ອງອອກໄປຫາບ່ອນຢູ່ໃໝ່ຈຶ່ງໄປພົບເຫັນສາຍນ້ຳຄານແຫ່ງນີ້ວ່າມີຄວາມສະດວກເໝາະສົມແກ່ການດຳລົງຊີວິດ ດັ່ງນັ້ນ, ຈຶ່ງພາກັນຍົກຍ້າຍຈາກນາອ້ອມດອນໄປຕັ້ງຖິ່ນຖານບ້ານເຮືອນຢູ່ແຄມນ້ຳຄານສາຍນີ້ໂດຍຕັ້ງຊື່ບ້ານຕາມລັກສະນະຫີນໃຫຍ່ຫຼາຍໜ່ວຍເກາະກ່າຍກັນໃນນັ້ນມີຫີນສອງກ້ອນທີ່ຄ້າຍຄືກັບນົມຜູ້ຍິງຊາວບ້ານຈຶ່ງຕັ້ງຊື່ບ້ານວ່າ ບ້ານຜານົມຈົນມາເຖິງປັດຈຸບັນ ດັ່ງຮູບທີ່ 1
ຮູບທີ່ 1 : ຫີນຜານົມ
1.2 ສະພາບພູມີສາດ
ບ້ານຜານົມຕັ້ງຢູ່ເຂດຊານເມືອງ ແລະ ແຄມນ້ຳຄານທາງທິດຕາເວັນອອກຂອງເມືອງຫຼວງພະບາງ ທີ່ຫ່າງຈາກຕົວເມືອງປະມານ 5 ກິໂລແມັດ ມີເນື້ອທີ່ທັງໝົດປະມານ 407,98 ເຮັກຕ່າ ເນື້ອທີ່ປຸກສ້າງປະມານ 16,42 ເຮັກຕ່າ ລັກສະນະພູມີປະເທດເປັນເຂດທີ່ມີພູເຂົາອາກາດຮ້ອນຊຸ່ມເພາະມີຕົ້ນໄມ້ຂຽວຕະຫຼອດປີ ຊາວບ້ານເຮັດການກະເສດໂດຍອາໄສນ້ຳຝົນຕາມລະດູການ ມີທາງຜ່ານເຂົ້າສູ່ບ້ານເປັນທາງລາດຍາງເຖິງບ້ານຜານົມດັ່ງຮູບທີ່ 2, 3
ຮູບທີ່ 2 : ແຜນທີ່ເມືອງຫຼວງພະບາງ
ຮູບທີ່ 3 : ແຜນທີ່ບ້ານຜານົມ
1.3 ດ້ານສັງຄົມວັດທະນະທຳ
ບ້ານຜານົມມີປະຊາກອນປະມານ 1.256 ຄົນ ເພດຊາຍ 602 ຄົນ ເພດຍິງ 654 ຄົນ ປະກອບດ້ວຍ 246 ຄອບຄົວ ຄອບຄົວພະນັກງານ 22 ຄອບຄົວ ເຄຶ່ງພະນັກງານ 66 ຄອບຄົວ ຫັດຖະກຳ 52 ຄອບຄົວ ຄ້າຂາຍ ແລະ ບໍລິການ 6 ຄອບຄົວ ເຮັດນາແລະເຮັດສວນ 51 ຄອບຄົວ ແລະ ອາຊີບກຳມະກອນແລະອິດສະຫຼະ 49 ຄອບຄົວ ປະຊາກອນບ້ານຜານົມສ່ວນໃຫຍ່ຢູ່ໃນໄວເດັກ ໄວໜຸ່ມ ແລະ ແກ່ສະລາ ຕາມລຳດັບ (ແກ່ນແກ້ວ ພິມມະສອນ. 2010 : ຕຸລາ 16) ດ້ານການສຶກສາ ບ້ານຜານົມມີໂຮງຮຽນປະຖົມສຶກສາໜຶ່ງແຫ່ງ ລະດັບການສຶກສາຂອງຊາວບ້ານແມ່ນຈົບຊັ້ນປະຖົມຂຶ້ນໄປທຸກຄົນສາມາດອ່ານ ແລະ ຂຽນພາສາລາວໄດ້ເປັນສ່ວນໃຫຍ່ໂດຍລັດຖະບານໄດ້ປະກາດຮັບຮອງໃນປີ ຄ.ສ. 1995 (ຄຳສູນ ຮຸ່ງມະນີ. 2010 : ຕຸລາ 15) ດ້ານສາທາລະນະສຸກ ບ້ານຜານົມ ຢູ່ໃກ້ຕົວເມືອງຖ້າມີການເຈັບປ່ວຍກໍຈະໄປປິ່ນປົວຢູ່ໂຮງໝໍໃນເມືອງຫຼວງພະບາງ ສ່ວນການຮັກສາແບບພື້ນບ້ານຈະຮັກສາດ້ວຍໄຊຍະສາດ ໂດຍການໃຊ້ໝໍເຍົາມາປິ່ນປົວ (ສີ ດວງດີ. 2010 : ຕຸລາ 15) ປັດຈຸບັນຄວາມເຊື່ອດັ່ງກ່າວຍັງປະຕິບັດກັນຢູ່ປະສົມປະສານກັບການປິ່ນປົວຮັກສາແບບສະໄໝໃໝ່(ວິທະຍາສາດ)
ຕະລາງທີ່ 1 ການຈັດປະເພດຄອບຄົວຕາມອາຊີບ
ລຳດັບ ປະເພດອາຊີບ ຈຳນວນຄອບຄົວ ປະຊາກອນທັງໝົດ ເພດຍິງ ເພດຊາຍ
1 ຄອບຄົວພະນັກງານ 22 112 60 52
2 ຄອບຄົວເຄິ່ງພະນັກງານ 66 332 170 162
3 ຄອບຄົວຫັດຖະກຳ 52 262 135 127
4 ຄອບຄົວຄ້າຂາຍແລະບໍລິການ 6 36 22 14
5 ຄອບຄົວເຮັດນາແລະເຮັດສວນ 51 267 138 129
6 ຄອບຄົວກຳມະກອນແລະອິດສະຫຼະ 49 247 129 118
ລວມທັງໝົດ 246 1,256 654 602
ທີ່ມາ : (ແກ່ນແກ້ວ ພິມມະສອນ. 2010 : 16)
ຕະລາງທີ່ 2 ສະຖິຕິນັກຮຽນປະຖົມບ້ານຜານົມ ປີການສຶກສາ 2010-2011
ລຳດັບ ຊັ້ນຮຽນ ຈຳນວນລວມ ເພດຍິງ ເພດຊາຍ
1 ອະນຸບານ 8 4 4
2 ປ.1 28 9 19
3 ປ.2 21 11 10
4 ປ.3 28 11 17
5 ປ.4 24 12 12
6 ປ.5 21 10 11
ລວມທັງໝົດ 130 57 73
ທີ່ມາ : (ຄຳສູນ ຮຸ່ງດວງຈັນ. 2010 : 15)
ຄວາມເຊື່ອ ປະເພນີ ແລະ ພິທີກໍາ
ລັກສະນະການຕັ້ງບ້ານເຮືອນ ຊາວບ້ານຜານົມ ສະໄໝກ່ອນນິຍົມໃຊ້ວັດສະດຸທ້ອງຖິ່ນມາສ້າງບ້ານເຮືອນແບບເປັນເຮືອນຊັ້ນດຽວຍົກສູງມີພື້ນ ຫຼັງຄາຈະເຮັດແປສູງເພື່ອໃຫ້ນ້ຳຝົນໄຫຼສະດວກໃນລະດູຝົນ ສ່ວນພື້ນລຸ່ມຂອງເຮືອນເປັນບ່ອນຕ່ຳຫູກ ລ້ຽງສັດ ເກັບມ້ຽນອຸປະກອນການກະເສດ ປັດຈຸບັນມີການປ່ຽນແປງໄປຕາມສະພາບທາງດ້ານເສດຖະກິິດສັງຄົມ ຈຶ່ງເຮັດໃຫ້ບ້ານເຮືອນມີການປ່ຽນແປງໄປຈາກເດີມ ເຊັ່ນ ບ້ານເຮືອນຈະມຸງດ້ວຍກະເບື້ອງ ຫຼື
ຊີແພກ ຝາກໍ່ດ້ວຍດິນຈີ່ຫຼືດິນບອກ ແລະ ນິຍົມຮຽນແບບຈາກຕ່າງປະເທດຈະເປັນຊັ້ນດຽວຫຼືສອງຊັ້ນຕາມຄ່ານິຍົມໃນສັງຄົມ ສ່ວນການແຕ່ງກາຍເປັນສິ່ງສຳຄັນໜຶ່ງທີ່ບົ່ງບອກເອກະລັກຂອງຄົນໃນພື້ນຖິ່ນ ຊາວເຜົ່າລື້ບ້ານຜານົມການແຕ່ງກາຍກໍເປັນເອກະລັກສະເພາະເຖິງວ່າການແຕ່ງກາຍຈະໄດ້ຮັບອິດທິພົນຈາກວັດທະນະທຳພາຍນອກກໍຕາມແຕ່ການແຕ່ງກາຍຊາວບ້ານຜານົມກໍຍັງຄົງຢູ່ໂດຍສະເພາະແມ່ນຜູ້ຍິງຍັງນຸ່ງສິ້ນ ແລະຮັກສາການແຕ່ງກາຍໄວ້ຢູ່ ສ່ວນດ້ານພາສາ ບ້ານຜານົມເປັນຊາວເຜົ່າລື້ມີພາສາເວົ້າແລະພາສາຂຽນເປັນຂອງຕົນເອງແລະຍັງມີການອະນຸລັກພາສາຂອງຕົນຢູ່ ເຊັ່ນ ຖ້າຢູ່ໃນຄອບຄົວຈະລົມເປັນພາສາລື້ຖ້າລົມກັບເຜົ່າອື່ນຈະລົມພາສາລາວເພາະ ເປັນພາສາທີ່ໃຊ້ເປັນພາສາທາງການ ດ້ານສາສະໜາຊາວບ້ານຜານົມເຊື່ອຖືສາສະໜາພຸດຮ້ອຍສ່ວນຮ້ອຍເຊິ່ງເອົາວັດເປັນທີ່ເພິ່ງທາງຈິດໃຈ ເປັນບ່ອນເຮັດບຸນສິນກິນທານທາງສາສະໜາໃນແຕ່ລະປີ
ປະເພນີບຸນລື້ ຊາວບ້ານຜານົມໄດ້ຈັດຂຶ້ນໃນລະຫວ່າງເດືອນເມສາຂອງທຸກ ໆ ປີ
ເປັນຊ່ວງໄລຍະປີໃໝ່ລາວກົງກັນກັບວັນສັງຂານເນົາທຸກປີ ຈຸດປະສົງເພື່ອໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ນຳເອົາສິນຄ້າຫັດຖະກຳພື້ນບ້ານຈາກພູມປັນຍາຊາວບ້ານມາສະແດງຂາຍໃຫ້ນັກທ່ອງທ່ຽວ ເພື່ອເປັນການສົ່ງເສີມໃຫ້ຊາວບ້ານອະນຸລັກແລະຟື້ນຟູວັດທະນະທຳໃຫ້ຄົງຢູ່ຕະຫຼອດໄປ ສ່ວນປະເພນີການເກີດສະໄໝກ່ອນເຜົ່າລື້ຈະເຮັດສາຍຖ່ວງເພື່ອໃຫ້ຈັບເອົາແຮງເບັ່ງໃຫ້ລູກເກີດງ່າຍຫຼັງຈາກເກີດແລ້ວກໍຕັດສາຍແຫ່ ອາບນ້ຳນຸ່ງເຄື່ອງແລ້ວໃສ່ກະດົ້ງໄປວາງໄວ້ຫົວຂັ້ນໄດແລ້ວຈະກ່າວບອກຜີພົງຜີພາຍຜີພໍ່ເກົ່າແມ່ຫຼັງວ່າ “ຖ້າແມ່ນລູກຂອງຜີໃຫ້ເອົາໄປມື້ນີ້ວັນນີ້ ຖ້າກາຍວັນນີ້ແລ້ວຈະເປັນລູກຂອງຄົນ” (ຈັນ ອິນທະມິດ. 2010 : ຕຸລາ 20) ຈາກນັ້ນ, ຈຶ່ງເອົາກັບເຂົ້າມາໃນເຮືອນ ສ່ວນສາຍແຫ່ນັ້ນຈະເອົານໍ້າລ້າງສະອາດແລ້ວໃສ່ກະບອກໄມ້ໄຜ່ແລ້ວເອົາໄປຝັງດິນຫຼືຫ້ອຍໄວ້ກາງປ່າທີ່ໄກຈາກບ້ານ ແຕ່ປັດຈຸບັນຊາວບ້ານຜານົມສ່ວນຫຼາຍຈະໄປເກີດລູກຢູ່ໂຮງໝໍເພາະມີຄວາມປອດໄພກວ່າ ສ່ວນປະເພນີການບວດລູກແກ້ວ(ບວດເນນຫຼືພະ) ຊາວບ້ານຜານົມຈະນິຍົມບວດຊ່ວງອອກພັນສາຫາເດືອນສິງຫາຂອງປີໃໝ່ເຊິ່ງເປັນຊ່ວງການເຮັດບຸນທາງສາສະໜາຫຼາຍທີ່ສຸດ ເຊັ່ນ ເຮັດບຸນທານຫາຜີບັນພະບູລຸດຫຼືພໍ່ແມ່ທີ່ໄດ້ລ່ວງລັບໄປແລ້ວຫຼືເຮັດບຸນອຸທິດສ່ວນກຸສົນຫຼືເຮັດບຸນທານຫາເຈົ້າກຳນາຍເວນເນື່ອງຈາກວ່າມີການເຈັບປ່ວຍຈຶ່ງໄດ້ບວດລູກແກ້ວທານຫາ ສ່ວນການແຕ່ງງານຂອງບ່າວສາວບ້ານຜານົມຈະມີຄວາມແຕກຕ່າງຈາກສະໄໝກ່ອນ ເພາະໃນສະໄໝກ່ອນສ່ວນຫຼາຍຈະແຕ່ງງານກັບຍາດພີ່ນ້ອງບ້ານດຽວກັນຫຼືພໍ່ແມ່ເປັນຄົນຫາໃຫ້ກັບລູກສາວຫຼືລູກຊາຍຂອງຕົນ ແຕ່ປັດຈຸບັນການແຕ່ງງານຂອງບ່າວສາວບ້ານຜານົມແມ່ນຂຶ້ນກັບຄວາມຮັກມັກຂອງຄູ່ບ່າວສາວໂດຍບໍ່ມີການບັງຄັບແຕ່ປະການໃດ ສ່ວນປະເພີການຕາຍບ້ານຜານົມແມ່ນປະຕິບັດຄືກັນກັບເຜົ່າລາວລຸ່ມທົ່ວໄປ ເຊັ່ນ ຈະນໍາເອົາສົບໄປເຜົາ ແລະ ເຮັດບຸນທານຫາຕາມປະເພນີ ສ່ວນປະເພນີການສູ່ຂວັນ ເປັນປະເພນີທີ່ຊາວບ້ານຜານົມປະຕິບັດກັນມາແຕ່ບັນພະບູລຸດ ເຊິ່ງແບ່ງເປັນສາມປະເພດ ຄື ການສູ່ຂວັນໃນການແຕ່ງງານ ການສູ່ຂວັນໃນເມື່ອເຈັບປ່ວຍ ແລະ ການສູ່ຂວັນແບບທຳມະດາ ລັກສະນະການສູ່ຂວັນຈະມີເຄື່ອງປະກອບພິທີ ແລະ ຄຳສູດຂວັນແຕກຕ່າງກັນໄປຕາມແຕ່ລະປະເພດ ສ່ວນພິທີກໍາສົ່ງເຄາະທີ່ຊາວບ້ານຜານົມປະຕິບັດກັນມາແຕ່ບັນະພບູລຸດ ຄື ເມື່ອມີການເຈັບປ່ວຍ ຫຼື ເກີດສິ່ງບໍ່ດີໃນຄອບຄົວຫຼືສະມາຊິກຄົນໃດຄົນໜຶ່ງຈະຕ້ອງເຮັດພິທີສົ່ງເຄາະເພື່ອເຮັດໃຫ້ສິ່ງທີ່ບໍ່ດີນັ້ນໝົດໄປ ສ່ວນພິທີກໍາສືບສະຕາເປັນປະເພນີຄວາມເຊື່ອໜຶ່ງທີ່ເຫັນວ່າຢູ່ບໍ່ສະບາຍມີອາການຊືມເສົ້າ ກິນເຂົ້າບໍ່ລຳກິນນໍ້າບໍ່ແຊບຈຶ່ງໄດ້ຫາໝໍມາສືບສະຕາຕໍ່ອາຍຸໃຫ້ຍາວນານໃຫ້ຜູ້ກ່ຽວມີກຳລັງໃຈດີຂຶ້ນ ສ່ວນປະເພນີສິບສອງເດືອນ ຊາວບ້ານຜານົມເປັນບ້ານຊາວພຸດໃນການປະຕິບັດຮີດຄອງປະເພນີສິບສອງເດືອນຄືກັບຊາວພຸດທົ່ວໄປ ແຕ່ປັດຈຸບັນປະເພນີບາງຢ່າງໄດ້ສູນຫາຍໄປຕາມການປ່ຽນແປງຂອງສະພາບເສດຖະກິດສັງຄົມ ເຊັ່ນ ປະເພນີບຸນຄູນລານ ປະເພນີບຸນບັ້ງໄຟ
ຮູບທີ່ 5 : ປະເພນີບຸນລື້
ດ້ານການເມືອງການປົກຄອງ ບ້ານຜານົມມີຮູບແບບການປົກຄອງທີ່ໄດ້ຈັດວາງໂຄງສ້າງຢ່າງເປັນລະບົບ ເຊັ່ນ ມີນາຍບ້ານ 1 ທ່ານ ຮອງນາຍບ້ານ 2 ທ່ານ ແລະ ແບ່ງເປັນ 17 ໜ່ວຍ ແຕ່ລະໜ່ວຍມີປະມານ 14 ຄອບຄົວ ໃນຈຳນວນຄອບຄົວທັງໝົດ 246 ຄອບຄົວ ນອກນັ້ນຍັງມີອົງການຈັດຕັ້ງ ເຊັ່ນ ໜ່ວຍພັກຮາກຖານບ້ານ ແນວໂຮມ ໜ່ວຍປ້ອງກັນຄວາມສະຫງົບ ອົງການຈັດຕັ້ງສະຫະພັນແມ່ຍິງ ແລະ ອົງການຈັດຕັ້ງຊາວໜຸ່ມ ທັງໝົດທີ່ກ່າວມານັ້ນລ້ວນແຕ່ມີສ່ວນຮ່ວມໃນການບໍລິຫານຈັດການຊ່ວຍນາຍບ້ານໂດຍການເຮັດວຽກເປັນໝູ່ຄະນະທຸກຄົນມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນຈຶ່ງເຮັດບ້ານມີຄວາມສະຫງົບທາງດ້ານການເມືອງ ເສດຖະກິດມີການພັດທະນາ ແລະ ຊີວິດຄວາມເປັນຂອງຊາວບ້ານດີຂຶ້ນດັ່ງແຜນພູມທີ່ 3
ແຜນພູມທີ່ 3 ລະບົບການປົກຄອງບ້ານຜານົມ
ດ້ານເສດຖະກິດ ການດຳລົງຊີວິດຂອງຊາວບ້ານຜານົມເຊິ່ງເລີ່ມແຕ່ໄລຍະເຂົ້າມາຕັ້ງບ້ານເຮືອນຢູ່ທີ່ນີ້ຊາວບ້ານຈະຢຶດຖືອາຊີບເຮັດໄຮ່ ເຮັດນາ ເຮັດສວນ ລ້ຽງສັດເປັນອາຊີບຫຼັກ ວິຖີຊີວິດຄວາມເປັນຢູ່ຂອງຊາວບ້ານມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ແຕ່ເນື່ອງຈາກວ່າສັງຄົມມີການປ່ຽນແປງຄວາມຕ້ອງການຂອງຄົນເພີ່ມຂຶ້ນ ຈຶ່ງເຮັດໃຫ້ຊາວບ້ານຫັນໄປມີອາຊີບອື່ນເກີດຂຶ້ນ ເຊັ່ນ ອາຊີບພະນັກງານ ອາຊີບຫັດຖະກຳ ອາຊີບກຳມະກອນ ອາຊີບຄ້າຂາຍແລະບໍລິການ ຍ້ອນຄວາມຕ້ອງຂອງຄົນເພີ່ມຂຶ້ນຈຶ່ງໄປສູ່ການຜະລິດເປັນສິນຄ້າ ສິນຄ້າທີ່ພົ້ນເດັ່ນກວ່າໝູ່ໃນບ້ານຜານົມຄືການຂ້າຍຜ້າ ແລະ ບໍລິການ ເຊິ່ງຜູ້ຍິງຈະຢຶດຖືອາຊີບຕໍ່າຫູກເປັນອາຊີບຫຼັກ ສ້າງລາຍໄດ້ຈາກການຂາຍຜ້າໃນແຕ່ລະວັນເປັນຈຳນວນຫຼວງຫຼາຍເຮັດໃຫ້ຊີວິດຄວາມເປັນຢູ່ຂອງຊາວບ້ານດີຂຶ້ນຕາມລຳດັບ ເຊັ່ນ ລາຍໄດ້ຂອງຊາວບ້ານຜານົມໃນປີ ຄ.ສ 2009. ເທົ່າກັບ 1.588.593.000 ກີບ ຄິດສະເລ່ຍໃສ່ຫົວຄົນເທົ່າກັບ 9.226 000 ກີບ/1.100 ດອນລາຕໍ່ຄົນຕໍ່ປີ ຄ.ສ 2010. ເທົ່າກັບ 15.511.600.
000 ກີບ ຄິດສະເລ່ຍໃສ່ຫົວຄົນເທົ່າກັບ 12.350.000 ກີບ/1.500 ດອນລາຕໍ່ຄົນຕໍ່ປີ (ບົດສະຫຼຸບປະຈຳປີບ້ານຜານົມ) ສ່ວນການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຊາວບ້ານຜານົມໄດ້ໃຫ້ຄວາມສຳຄັນໃນການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຢ່າງດີໃນແຕ່ລະປີຊາວບ້ານກໍຈະມີການປູກຕົ້ນໄມ້ໃຫ້ເປັນປ່າໃນບໍລິເວນອ້ອມບ້ານເພື່ອສ້າງຄວາມສົມດຸນກັບທຳມະຊາດໃຫ້ມີອາກາດບໍລິສຸດ ສ່ວນໃນບ້ານກໍສ້າງຮ່ອງລະບາຍນໍ້າເສຍ ແລະ ກຳຈັດຂີ້ເຫຍື້ອຢ່າງເປັນລະບົບ ເຊັ່ນ ແຕ່ລະຄອບຄົວຈະຕ້ອງມີກະຕ່າໃສ່ຂີ້ເຫຍື້ອ ແລະ ຈະມີລົດມາເອົາຂີ້ເຫຍື້ອໄປຖິ້ມບ່ອນທີ່ປອດໄພ ນອກຈາກນັ້ນບໍລິເວນບ້ານເຮືອນກໍໄດ້ມີການອະນາໄມໃຫ້ມີຄວາມສະອາດງາມຕາປາສະຈາກສິ່ງສົກກະປົກອື່ນ ໆ ດັ່ງຕະລາງທີ່ 4
ຕະລາງທີ່ 4 ລາຍໄດ້ສະເລ່ຍຕໍ່ປີຂອງບ້ານຜານົມ
ປີ ຄ.ສ ຈຳນວນຄອບຄົວ ລາຍໄດ້ທັງໝົດ ລາຍໄດ້ສະເລ່ຍຕໍ່ຄົນຕໍ່ປີ
2009 246 1.588.593.000 ກີບ 9.226 000 ກີບ/1.100
ໂດລາສະຫະລັດ
2010 246 15.511.600.000 ກີບ 12. 350 000 ກີບ/1.500 ໂດລາສະຫະລັດ
ທີ່ມາ : (ແກ່ນແກ້ວ ພິມມະສອນ. 2010 : 16)
2. ການບໍລິຫານຈັດການບ້ານຜານົມ
2.1 ອົງປະກອບການບໍລິຫານຈັດການບ້ານຜານົມ
ການບໍລິຫານຈັດການບ້ານຜານົມ ເຊິ່ງປະກອບມີອົງປະກອບຫຼາຍຢ່າງໃນການບໍລິຫານຈັດການໄດ້ແກ່ ປະຊາກອນ ຄວາມເຊື່ອປະເພນີແລະພິທີກໍາ ສາທາລະນະສຸກ ແລະສິ່ງແວດລ້ອມ ເສດຖະກິດ ການເມືອງການປົກຄອງ ແລະ ການສຶກສາ ການບໍລິຫານຈັດການບ້ານຜານົມມີລະບົບໂຄງສ້າງການບໍລິຫານຈັດການໂດຍມີນາຍບ້ານຜູ້ຊີ້ນຳແບ່ງໜ້າທີ່ໃຫ້ທຸກຄົນມີຄວາມຮັບຜິດຊອບເປັນຢ່າງດີ ບ້ານຜານົມມີປະຊາກອນປະມານ 1.256 ຄົນ ເພດຊາຍ 602 ຄົນ ເພດຍິງ 654 ຄົນ ປະກອບດ້ວຍ 246 ຄອບຄົວ ຕາມປະເພດອາຊີບ ຄື ກະເສດຕະກຳ ພະນັກງານ ຄ້າຂາຍ ກຳມະກອນ ແລະ ອາຊີບອິດສະຫຼະ ໃນການດຳລົງຊີວິດໂດຍພາຍໃຕ້ກົດລະບຽບອັນດຽວກັນໂດຍບໍ່ໄດ້ຂັດກັບຫຼັກການສິດທິມະນຸດ ດ້ານປະເພນີຊາວບ້ານຜານົມທີ່ໄດ້ປະຕິບັດກັນມາແຕ່ບັນພະບູລຸດສະແດງໃຫ້ເຫັນວ່າຊາວບ້ານໄດ້ປະຕິບັດກິດຈະກຳຮ່ວມກັນ ການຕັ້ງບ້ານເຮືອນເຮັດໃຫ້ຊຸມຊົນມີຄວາມສາມັກຄີຄວາມເອື້ອອາທອນຕໍ່ກັນ ການແຕ່ງກາຍເປັນສິດທິສ່ວນບຸກຄົນແຕ່ເນື່ອງຈາກວ່າເປັນປະເພນີທີ່ສືບທອດກັນມາຈຶ່ງບໍ່ໄດ້ເປັນອຸປະສັກແຕ່ປະການໃດ ສ່ວນດ້ານພາສາ ແລະ ສາສະໜາເນື່ອງຈາກວ່າຊາວບ້ານຜານົມເປັນຊົນເຜົ່າລື້ເຊື່ອຖື ສາສະໜາພຸດ ຈຶ່ງງ່າຍຕໍ່ການບໍລິຫານຈັດການນຳໃຊ້ພາສາທ້ອງຖິ່ນໃນການສື່ສານ ແລະ ສາສະໜາເປັນຕົວເສື່ອມໂຍງກັບການບໍລິຫານຂອງລັດຖະບານໄດ້ຢ່າງກົມກຽວ ລັດຖະບານໄດ້ສົ່ງເສີມໃຫ້ຊາວບ້ານໄດ້ອະນຸລັກວັດທະນະທຳທ້ອງຖິ່ນນຳໃຊ້ພູມປັນຍາຊາວບ້ານເຂົ້າໃນການບໍລິຫານຈັດການຢ່າງມີປະສິດທິພາບ ນອກຈາກນັ້ນຍັງມີປະເພນີບຸນລື້ ເຊິ່ງເປັນການສົ່ງເສີມໃຫ້ຊາວບ້ານອະນຸລັກ ແລະ ຟື້ນຟູວັດທະນະທຳໂດຍນາຍບ້ານ ແລະ ຜູ້ອາວຸດໂສເປັນແກນນຳໃນການຈັດງານປະເພນີດັ່ງກ່າວ ນອກຈາກເປັນການອະນຸລັກແລ້ວຍັງເປັນການສ້າງຄວາມສາມັກຄີໃຫ້ຊຸມຊົນອີກດ້ວຍ ຈຶ່ງງ່າຍຕໍ່ການບໍລິຫານຈັດການ ແລະ ຍັງມີປະເພນີອື່ນ ໆ ອີກ ທີ່ຊາວບ້ານປະຕິບັດຮ່ວມກັນ ເຊັ່ນ ປະເພນີການເກີດ ປະເພນີບວດລູກແກ້ວ ປະເພນີແຕ່ງງານ... ທັງໝົດທີ່ກ່າວມານີ້ເປັນພາກສ່ວນໜຶ່ງໃນການບໍລິຫານຈັດການບ້ານຜານົມ ສ່ວນດ້ານສາທາລະນະສຸກແລະສິ່ງແວດລ້ອມ ບ້ານຜານົມຢູ່ໃກ້ຕົວເມືອງຖ້າມີການເຈັບປ່ວຍກໍຈະໄປໂຮງໝໍເມືອງຫຼວງພະບາງ ສ່ວນການຮັກສາແບບດັ່ງເດີມຂອງຊາວບ້ານຜານົມ ຈະຮັກສາດ້ວຍໄຊຍະສາດ ແຕ່ປັດຈຸບັນຄວາມເຊື່ອດັ່ງກ່າວຍັງຮັກສາປະສົມປະສານກັບການຮັກສາສະໄໝໃໝ (ວິທະຍາສາດ) ຊາວບ້ານຜານົມໄດ້ໃຫ້ຄວາມສຳຄັນຫຼາຍໃນການອານຸລັກທຳມະຊາດ ເຊັ່ນ ແຕ່ລະປີກໍປູກຕົ້ນໄມ້ບໍລິເວນບ້ານ ອະນຸລັກພັນສັດໃນບ້ານຈະມີວັງປາສະຫງວນເພື່ອເປັນບ່ອນໃຫ້ປາອາໄສແລະຂະຫຍາຍພັນ ນອກຈາກນັ້ນໃນບ້ານກໍໄດ້ສ້າງຮ່ອງນ້ຳເສຍ ແລະ ກຳຈັດຂີ້ເຫຍື້ອເຮັດໃຫ້ບ້ານມີຄວາມສະອາດງາມຕາປາສະຈາກໂລກທີ່ເກີດຂຶ້ນຕາມລະດູການ
ການເມືອງການປົກຄອງ ເສດຖະກິດ ແລະ ການສຶກສາ ບ້ານຜານົມໃນສະໄໝກ່ອນຈະປົກຄອງກັນດ້ວຍຂະນົບທຳນຽມປະເພນີຄວາມເຊື່ອທາງສາສະໜາພຸດ ແລະ ຜີ ໂດຍຜູ້ອາວຸດໂສທີ່ຊາວບ້ານໃຫ້ຄວາມເຄົາລົບສັດທາເປັນຜູ້ນຳ ປັດຈຸບັນລັດຖະບານມີບົດບາດໃນການຈັດລະບຽບທາງສັງຄົມໃນທຸກຄົນມີສິດເສລີພາບ ແລະ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ຈຶ່ງໄດ້ມີການຈັດວາງໂຄງສ້າງຢ່າງເປັນລະບົບ ຄື ເລືອກຕັ້ງໃຫ້ມີນາຍບ້ານ ຮອງນາຍບ້ານ ແລະ ໜ່ວຍງານຕ່າງ ໆ ໂດຍໃຫ້ທຸກພາກສ່ວນໄດ້ມີສ່ວນຮ່ວມໃນການບໍລິຫານຈັດການບ້ານຜານົມ ສ່ວນການດຳລົງຊີວິດຂອງຊາວບ້ານ ໃນສະໄໝກ່ອນມີອາຊີບເຮັດໄຮ່ ເຮັດນາ ເຮັດສວນ ແຕ່ເນື່ອງຈາກສັງຄົມມີການປ່ຽນແປງ ຈຶ່ງເຮັດໃຫ້ຊາວບ້ານປ່ຽນຈາກອາຊີບກະເສດຕະກຳມາເປັນອາຊີບຄ້າຂາຍຫຼາຍຂຶ້ນ ເຮັດໃຫ້ຊາວບ້ານມີລາຍໄດ້ ແລະ ຊີວິດຄວາມເປັນຢູ່ດີຂຶ້ນ ເສດຖະກິດທີ່ພົ້ນເດັ່ນຂອງບ້ານຜານົມ ຄື ການບໍລິການ ແລະ ຜ້າຊະນິດຕ່າງ ໆ ທີ່ຊາວບ້ານໄດ້ຕ່ຳ ແລະ ແປຮູບເປັນຜະລິດຕະພັນເພື່ອຂາຍໃຫ້ກັບລູກຄ້າ ໃນບ້ານຈະມີສູນຫັດຖະກຳສ່ວນລວມໜຶ່ງຫຼັງທັງເປັນບ່ອນຜະລິດ ແລະ ຂາຍໃຫ້ກັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມໃນແຕ່ລະວັນ ໂດຍນາຍບ້ານໄດ້ມອບສິດໃຫ້ສະຫະພັນແມ່ຍິງເປັນຜູ້ບໍລິຫານກັນເອງໂດຍບໍ່ມີເລື່ອງຄວາມຂັດແຍ່ງກັນແຕ່ປະການໃດ ສຳມະຊິກທຸກຄົນໄດ້ໃຫ້ການຮ່ວມມື ແລະ ມີການບໍລິຫານຢ່າງໂປ່ງໃສ ປັດຈຸບັນມີສຳມະຊິກທັງໝົດ 83 ຄົນ ບ້ານຜານົມມີປະຊາກອນປະມານ 1.256 ຄົນ ມີໂຮງຮຽນປະຖົມສົມບູນໜຶ່ງແຫ່ງ ແຕ່ຊັ້ນອະນຸບານຫາຊັ້ນ ປ.5 ທາງລັດຖະບານໄດ້ໃຫ້ການສົ່ງເສີມ ແລະຊ່ວຍເຫຼືອອຸປະກອນການຮຽນ (ໂຕະ ຕັ່ງ ເກົ່າອີ້ ຄອມພີວເຕີ ...) ສ້າງອາຄານຮຽນ ແລະ ສິ່ງກໍ່ສ້າງອື່ນ ໆ ນອກນັ້ນຍັງເອົາຄູໄປເຝິກອົບຮົມຍົກລະດັບວິຊາສະເພາະທາງວິຊາການໃຫ້ສູງຂຶ້ນ ແລະ ຜູ້ປົກຄອງເຫັນໄດ້ຄວາມສຳຄັນຂອງການສຶກສາ ໃນໄລຍະຕໍ່ມາຈຶ່ງສົ່ງເສີມໃຫ້ລູກຫຼານໄດ້ຮຽນສູງຂຶ້ນໃຫ້ມີວິຊາອາຊີບ ມີວຽກເຮັດທີ່ດີເພື່ອຈະໄດ້ໃຫ້ຄອບຄົວມີຊີວິດຄວາມເປັນຢູ່ທີດີ
2.2 ຂະບວນການບໍລິຫານຈັດການ
ການບໍລິຫານຈັດການບ້ານຜານົມໃນການສ້າງຄົນວັດທະນະທຳ ຄອບຄົວວັດທະນະທຳ ແລະ ບ້ານວັດທະນະທຳດີເດັ່ນ ໄດ້ນຳໃຊ້ແນວຄິດທິດສະດີຂອງ ເຟໂຢ (Fayol) ດ້ວຍຫຼັກ 5 ປະການດັ່ງນີ້
2.2.1 ການວາງແຜນ ຈະເກີດຂຶ້ນໄດ້ດ້ວຍອົງປະກອບຫຼາຍຢ່າງຜູ້ວິໄຈຈະນຳອົງປະກອບພາຍໃນ ແລະ ພາຍນອກມາປຽບທຽບເພື່ອໃຫ້ພາບໃນການວາງແຜນທີ່ຊັດເຈນ ຄື ອົງປະກອບພາຍໃນ ຊາວບ້ານທຸກຄົນສາມາດຄົ້ນຄິດ ອ່ານຂຽນຈຶ່ງເກີດງ່າຍຕໍ່ການວາງແຜນໃນການພັດທະນາເຮັດໃຫ້ເກີດບ້ານວັດທະນະທຳໂດຍການພັດທະນາການສຶກສາຂອງປະຊາຊົນ ແລະ ອົງປະກອບພາຍນອກເປັນຜົນມາຈາກການຜັກດັນຂອງການເມືອງທີ່ນຳໂດຍລັດຖະບານມີນະໂຍບາຍພັດທະນາທ້ອງຖິ່ນໃຫ້ເປັນບ້ານວັດທະນະທຳໂດຍມີການວາງແຜນ ແລະ ພ້ອມກັບຄວາມສຳເລັດໃນການສ້າງກົດໝາຍການປົກຄອງທ້ອງຖິ່ນ ແລະ ກົດໝາຍອື່ນ ໆ ຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງຄອບຄົວວັດທະນະທຳ ແລະ ບ້ານວັດທະນະທຳ
2.2.2 ການຈັດຕັ້ງອົງການ ທີ່ສາມາດເປັນຮູບປະທຳໄດ້ ເຊິ່ງມີຜົນມາຈາກ
ອົງປະກອບພາຍໃນ ແລະ ພາຍນອກ ຄື ອົງປະກອບພາຍໃນ ໄດ້ເກີດມີອົງການຈັດຕັ້ງຂຶ້ນພາຍໃນບ້ານທີ່ຊ່ວຍໃຫ້ບ້ານເກີດເປັນບ້ານວັດທະນະທຳ ເຊັ່ນ ໜ່ວຍພັກຮາກຖານ ແນວໂຮມ ໜ່ວຍງານປ້ອງກັນຄວາມສະຫງົບ ອົງການຈັດຕັ້ງສະຫະພັນແມ່ຍິງ ແລະ ອົງການຈັດຕັ້ງຊາວໜຸ່ມ ສ່ວນອົງການຈັດຕັ້ງພາຍນອກ ເປັນອົງການທີ່ສຳຄັນທີ່ຊ່ວຍຜັກດັນໃຫ້ບ້ານຜານົມໄປສູ່ການກໍ່ສ້າງໃຫ້ເກີດເປັນບ້ານວັດທະນະທຳ ເຊັ່ນ ຫ້ອງການປົກຄອງເມືອງ ຫ້ອງການຖະແຫຼງຂ່າວວັດທະນະທຳເມືອງ ຫ້ອງການສາທາລະນະສຸກ ແລະ ໜ່ວຍງານທີ່ກ່ຽວຂ້ອງອື່ນ ໆ
2.2.3 ການບັງຄັບບັນຊາ ໜ່ວຍງານທີ່ກ່ຽວຂ້ອງໃນສາຍງານບັງຄັບບັນຊາກ່ຽວກັບບ້ານວັດທະນະທຳມີໜ່ວຍງານທີ່ກ່ຽວຂ້ອງຕາມອົງປະກອບພາຍໃນ ແລະ ພາຍນອກ ຄື ອົງປະກອບພາຍໃນ ເປັນອົງການຈັດຕັ້ງພາຍໃນບ້ານທີ່ໄດ້ຮ່ວມການຈັດຕັ້ງຂຶ້ນເຊັ່ນ ໜ່ວຍພັກຮາກຖານ ແນວໂຮມ ໜ່ວຍງານປ້ອງກັນຄວາມສະຫງົບ ອົງການຈັດຕັ້ງສະຫະພັນແມ່ຍິງ ແລະ ອົງການຈັດຕັ້ງຊາວໜຸ່ມ ເຊິ່ງຢູ່ພາຍໃຕ້ການຊີ້ນຳຂອງນາຍບ້ານຜານົມ ສ່ວນອົງປະກອບພາຍນອກ ໜ່ວຍງານຫຼັກຂອງອົງການຈັດຕັ້ງເພື່ອຈະສ້າງບ້ານວັດທະນະທຳ ເຊິ່ງຫ້ອງການປົກຄອງເມືອງ ຫ້ອງການຖະແຫຼງຂ່າວວັດທະນະທຳເມືອງ ຫ້ອງການສາທາລະນະສຸກ ແລະ ໜ່ວຍງານທີ່ກ່ຽວຂ້ອງອື່ນ ໆ ທີ່ຢູ່ພາຍໃຕ້ການຊີ້ນຳຂອງເຈົ້າເມືອງ
ເມືອງຫຼວງພະບາງ
2.2.4 ການປະສານງານ ການຈັດຕັ້ງບ້ານວັດທະນະທຳມີຫຼັກເກນທີ່ໄດ້ມີນະໂຍບາຍຈາກລັດຖະບານຫຼາຍຢ່າງ ສະນັ້ນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈຳເປັນຕ້ອງມີການປະສານງານກັນຈາກຂັ້ນເທິງລົງສູ່ຂັ້ນລຸ່ມ ເຊັ່ນ ແຂວງຫາເມືອງ ເມືອງຫາບ້ານເພື່ອເຮັດໃຫ້ນະໂຍບາຍປະສົບຜົນສຳເລັດຕາມວັດຖຸປະສົງຂອງລັດຖະບານ ດັ່ງນັ້ນ, ຈຶ່ງມີການປະສານງານຕາມອົງປະກອບພາຍໃນ ແລະ ພາຍນອກ ຄື ອົງປະກອບພາຍໃນ ຜູ້ປະສານງານລະດັບບ້ານຜານົມເລີ່ມຕັ້ງແຕ່ຂະບວນການປະຊຸມຮ່ວມກັນຂອງອົງການຈັດຕັ້ງບ້ານ ໂດຍນາຍບ້ານຈະເຕົ້າໂຮມອົງການຈັດຕັ້ງຕ່າງ ໆ ແລະ ຊາວບ້ານທັງໝົດເພື່ອໃຫ້ທຸກຄົນເຂົ້າໃຈນະໂຍບາຍຂອງລັດຈາກເຈົ້າໜ້າທີ່ເມືອງຫຼວງພະບາງ ສ່ວນອົງປະກອບພາຍນອກ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລັດຈະນຳເອົາແຜນນະໂຍບາຍຂອງລັດ ວ່າດ້ວຍການສ້າງບ້ານວັດທະນະທຳ ແລະ ກຸ່ມບ້ານພັດທະນາໃນທົ່ວປະເທດ ຕາມຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ ແລະ ຄຳສັ່ງແນະນຳກະຊວງຖະແຫຼງຂ່າວວັດທະນະທຳ ຂໍ້ສະເໜີພະແນກຖະແຫຼງຂ່າວວັດທະນະທຳແຂວງຫຼວງພະບາງ ວ່າດ້ວຍການປັບປຸງກໍ່ສ້າງຄົນວັດທະນະທຳ ຄອບຄົວວັດທະນະທຳ ແລະ ບ້ານວັດທະນະທຳ ສະນັ້ນ, ເຈົ້າເມືອງຫຼວງພະບາງ ຈຶ່ງໄດ້ມອບໃຫ້ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ພາກສ່ວນທີ່ກ່ຽວຂ້ອງລົງໄປໃຫ້ຄວາມຊ່ວຍເຫຼືອບ້ານຜານົມຈົນກວ່າຈະໄດ້ປະກາດໃຫ້ເປັນບ້ານວັດທະນະທຳ
2.2.5 ການຄວບຄຸມ ເພື່ອໃຫ້ໄດ້ຕາມມາດຕະຖານຕາມແຜນພັດທະນາວັດທະນະທຳຂອງລັດຖະບານ ຈຶ່ງມີການກຳໜົດເກນມາດຕະຖານດຽວກັນໃນທົ່ວປະເທດ ສາມາດອະທິບາຍຕາມອົງປະກອບ ຄື ອົງປະກອບພາຍໃນ ຊາວບ້ານໄດ້ມີຄວາມເຂົ້າໃຈເລື່ອງການວາງແຜນພັດທະນາຄອບຄົວ ການສ້າງຄວາມສາມັກຄີໃນຊຸມຊົນເພື່ອໃຫ້ບ້ານໄດ້ຮັບຮອງໃຫ້ເປັນບ້ານວັດທະນາທຳຕາມຈຸດປະສົງທີ່ຊາວບ້ານໄດ້ກຳໜົດໄວ້ ແລະ ອົງປະກອບພາຍນອກ ເມື່ອໄດ້ຮັບຄຳສັ່ງແນະນຳຈາກກົມການເມືອງສູນກາງພັກ ກະຊວງຖະແຫຼງຂ່າວວັດທະນະທຳ ວ່າດ້ວຍການສ້າງບ້ານວັດທະນະທຳ ແລະ ກຸ່ມບ້ານພັດທະນາ ດັ່ງນັ້ນ, ແຕ່ລະແຂວງຈຶ່ງໄດ້ນຳເອົານະໂຍບາຍໄປພັດທະນາຕາມຂອບເຂດຮັບຜິດຊອບຂອງແຕ່ລະທ້ອງຖິ່ນຕາມຄວາມເໝາະສົມ ເຊັ່ນ ກຳໜົດເກນການສ້າງຄົນວັດທະນະທຳ ຄອບຄົວວັດທະນະທຳ ແລະ ເກນການສ້າງບ້ານວັດທະນະທຳໂດຍມີວັດຖຸປະສົງເພື່ອພັດທະນາເສດຖະກິດຄອບຄົວ ການເມືອງການປົກຄອງ ວັດທະນະທຳສັງຄົມໄປສູ່ຄວາມສີວິໄລເພື່ອໃຫ້ບັນລຸເປົ້າໝາຍທີ່ລັດຖະບານໄດ້ກຳໜົດໄວ້
ອະພິປາຍຜົນ
ຜູ້ວິໄຈໄດ້ອະພິປາຍຜົນຕາມວັດຖຸປະສົງຂອງການວິໄຈດັ່ງນີ້
1. ບໍລິບົດບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ
ແຂວງຫຼວງພະບາງ
ປະຫວັດຄວາມເປັນມາ ບ້ານຜານົມເປັນຊົນເຜົ່າລື້ມີຖິ່ນຖານດັ່ງເດີມມາຈາກບ້ານລິ້ງ ບ້ານລີ່ ແຄ້ວນສິບສອງປັນນາ (ປະເທດຈີນ) ເຈົ້າເມືອງຊຽງຮຸ່ງໄດ້ມອບລູກສາວ ຊື່ນາງແກ້ວສີດາມາຖະຫວາຍເຈົ້າຊີວິດເມືອງຫຼວງພະບາງ ຊື່ວ່າ ເຈົ້າອຸ່ນເມືອງ ຫຼື ເຈົ້າສາມແສນໄທ ຫຼື ເຈົ້າອຸ່ນເຮືອນ ແລະ ໄດ້ເກນເອົາໄພ່ພົນຊາວລື້ ທັງຍິງ ແລະ ຊາຍເປັນຈຳນວນຫຼວງຫຼາຍຕິດຕາມມາເມືອງຫຼວງພະບາງເພື່ອມາດູແລ ຈາກນັ້ນ, ເມື່ອມາເຖິງເຈົ້າຊີວິດກໍໃຫ້ຮັບໃຊ້ຕໍ່ໄປ ສອດຄ່ອງກັບ ພູທອງ ແສງອາຄົມ (2010 : ເມສາ 29) ກ່າວວ່າ “ເຜົ່າລາວໄດ້ເຄື່ອນຍ້າຍລົງມາຕາມທິດແມ່ນ້ຳຮົ່ງໂຫ ແລະ ແມ່ນ້ຳຢັ່ງຊີກຽງ” ແລະ ສອດຄ່ອງກັບ ສູນຮວມຂໍ້ມູນອອນໄລ ຈັງຫວັດຊຽງຮາຍຂອງໄທ (2010 : ເມສາ 29) ກ່າວວ່າ “ລື້ເປັນກຸ່ມຊາດພັນທີ່ເວົ້າພາສາຕະກຸນໄຕ ມີຖິ່ນຖານດັ່ງເດີມຢູ່ເຂດສິບສອງປັນນາ” ບ້ານຜານົມຕັ້ງຢູ່ເຂດຊານເມືອງ ແລະ ແຄມນໍ້າຄານທາງທິດຕາເວັນອອກຂອງເມືອງຫຼວງພະບາງທີ່ຫ່າງຈາກຕົວເມືອງປະມານ 5 ກິໂລແມັດ ມີປະຊາກອນປະມານ 1.256 ຄົນ ມີໂຮງຮຽນປະຖົມສົມບຸນໜຶ່ງແຫ່ງ ລະດັບການສຶກສາຊາວບ້ານຈົບຊັ້ນປະຖົມຂຶ້ນໄປ ສອດຄ່ອງກັບ ກະຊວງສຶກສາ (2009 : 1-33) ກ່າວວ່າ “ການຂະຫຍາຍການສຶກສາໄປສູ່ທ້ອງຖິ່ນເຂດຊົນນະບົດ ໂດຍສ້າງໂຄງການຕ່າງ ໆ ເພື່ອຮອງຮັບການປະຕິບັດງານໃນແຂວງ ເມືອງ ແລະ ບ້ານໂດຍສ້າງໂຄງຮ່າງການສຶກສາ ແລະ ສ້າງເງື່ອນໄຂໃຫ້ແກ່ປະຊາກອນໃນແຕ່ລະກຸ່ມເປົ້າໝາຍມີໂອກາດໄດ້ຮັບການສຶກສາຫຼາຍຂຶ້ນ” ບ້ານຜານົມຢູ່ໃກ້ຕົວເມືອງຖ້າມີການເຈັບປ່ວຍກໍໄປປິ່ນປົວຢູ່ໂຮງໝໍເມືອງຫຼວງພະບາງ ສ່ວນການຮັກສາແບບພື້ນບ້ານກໍຍັງມີຢູ່ປະສານກັບການປິ່ນປົວແບບສະ
ໄໝໃໝ່ ດ້ານຮີດຄອງປະເພນີຊາວບ້ານກໍຍັງປະຕິບັດກັນຢູ່ ເຊັ່ນການແຕ່ງກາຍຂອງຜູ້ຍິງ ສອດຄ່ອງກັບ ບຸນກອງ ພວງສະຫວັດ (2008 : ບົດຂັດຫຍໍ້) ກ່າວ່າ “ການແຕ່ງກາຍຊາວເມືອງຫຼວງພະບາງຍັງປະຕິບັດຕາມປະເພນີແບບດັ່ງເດີມ ຄື ຜູ້ຍິງຍັງນຸ່ງສິ້ນ ເຊິ່ງເປັນການຮັກສາວັດທະນະທຳໄວ້ເປັນຢ່າງດີ”
ດ້ານການເມືອງການປົກຄອງບ້ານຜານົມມີຮູບແບບການປົກຄອງຢ່າງເປັນລະບົບ ເຊັ່ນ ມີນາຍບ້ານ ຮອງນາຍບ້ານ ແລະ ອົງການຈັດຕັ້ງຕ່າງ ໆ ແບ່ງໜ້າທີ່ໃຫ້ທຸກຄົນຮັບຜິດຊອບ ສອດຄ່ອງກັບ ທະເນດ ຈະເລີນເມືອງ (2001 : 40) ກ່າວວ່າ “ການປົກຄອງທ້ອງຖິ່ນຈຶ່ງເປັນການສຶກສາທາງການເມືອງ ແລະ ເປັນແຫຼ່ງສ້າງຄວາມສາມັກຄີໃນທ້ອງຖິ່ນ ຈຶ່ງເປັນປັດໃຈລະຕົ້ນຂອງປະຊາທິປະໄຕ” ແລະສອດຄ່ອງກັບ ໂກວິດ ພວງງາມ (2007 : 34-37) ກ່າວວ່າ “ແນວຄິດກ່ຽວກັບຫຼັກການຈັດລະບຽບການປົກຄອງທ້ອງຖິ່ນໂດຍທົ່ວໄປຫຼັກການປົກຄອງປະເທດນິຍົມແບ່ງເປັນ 3 ປະເພດ ຄື ຫຼັກການຮວມອຳນາດການປົກຄອງ ຫຼັກການແບ່ງອຳນາດການປົກຄອງ ແລະ ຫຼັກການກະຈາຍອຳນາດການປົກຄອງ” ດ້ານເສດຖະກິດ ເຫັນວ່າບ້ານຜານົມໄດ້ມີການປ່ຽນອາຊີບການຜະລິດແບບທຳມະຊາດໄປສູ່ການຜະລິດເປັນສິນຄ້າ ເສດຖະກິດທີ່ພົ້ນເດັ່ນ ຄື ສິນຄ້າຫັດຖະກຳຈາກການຕ່ຳຫູກ ສອດຄ່ອງກັບ ປະໄພ ທົດຊາ (2002 : ບົດຂັດຫຍໍ້) ກ່າວວ່າ “ການພັດທະນາການ ແລະ ການດຳລົງຄົງຢູ່ຂອງຫັດຖະກຳຂຶ້ນຢູ່ກັບແຮງຈູງໃຈດ້ານລາຍໄດ້ທີ່ໃຫ້ຊາວບ້ານມີລາຍໄດ້ເພິ່ມຂຶ້ນ ແລະ ປະກອບກັບປະສົບການທີ່ໄດ້ຮັບການຖ່າຍທອດຄວາມຮູ້ຈາກບັນພະບູລຸດ ແລະ ໄດ້ຮັບການເຝິກຝົນແຕ່ຍັງນ້ອຍ”
2. ການບໍລິຫານຈັດການບ້ານວັດທະນະທຳດີເດັ່ນ ບ້ານຜານົມ ເມືອງຫຼວງພະບາງ ແຂວງຫຼວງພະບາງ
ການບໍລິຫານຈັດການບ້ານຜານົມເປັນການຮ່ວມມືລະຫວ່າງພາກລັດຖະບານ ແລະ ຊາວບ້ານຜານົມ ເຊິ່ງມີຕົວແທນຈາກເມືອງຫຼວງພະບາງ ໄດ້ແກ່ຫ້ອງການປົກຄອງເມືອງ ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ພາກທີ່ກ່ຽວຂ້ອງອື່ນ ໆ ສ່ວນຕົວແທນບ້ານຜານົມໄດ້ແກ່ນາຍບ້ານ ຮອງນາຍບ້ານ ອົງການຈັດຕັ້ງຕ່າງ ໆ ຂອງບ້ານ ທັງສອງຝ່າຍໄດ້ຮ່ວມມືກັນເພື່ອສ້າງຄວາມເຂົ້າໃຈກັບຊາວບ້ານເພື່ອໃຫ້ຊາວບ້ານໄດ້ເຂົ້າມາມີບົດບາດໃນການມີສ່ວນຮ່ວມຈົນສາມາດເຮັດໃຫ້ບ້ານຜານົມເປັນບ້ານວັດທະນະທຳໃນປີ ຄ.ສ 2000 ເລີ່ມແຕ່ນັ້ນມາເຮັດໃຫ້ບ້ານຜານົມໄດ້ຮັບການພັດທະນາມາຕະຫຼອດຈົນໄດ້ຮັບການຍົກຍ້ອງໃຫ້ເປັນບ້ານສາທາລະນະສຸກແບບຢ່າງ ບ້ານໜ່ວຍພັກແຂງຮູ້ນຳພາຮອບດ້ານ ບ້ານປອດຄະດີ ບ້ານພັດທະນາ ແລະ ບ້ານແມ່ຍິງສາມດີຕາມລຳດັບ ຂະບວນການບໍລິຫານຈັດການບ້ານຜານົມໄດ້ໃຊ້ຫຼັກ 5 ປະການ ໂດຍສອດຄ່ອງກັບແນວຄິດຂອງເຟໂຢ (Fayol ອ້າງໃນ ສົມສັກ
ບຸນລ້ຽງ. 2010) ກ່າວວ່າ “ຫຼັກການບໍລິຫານຈັດການຈະຕ້ອງປະກອບດ້ວຍ ການວາງແຜນ ການຈັດຕັ້ງອົງການ ການບັງຄັບບັນຊາ ການປະສານງານ ແລະ ການຄວບຄຸມ” ແລະ ສອດຄ່ອງກັບ ສີແພງ ວົງປັນຍາ ແລະ ຄະນະ (2009 : 15-45) ກ່າວວ່າ “ການດຳເນີນງານດ້າງວັດທະນະທຳ ທຸກດ້ານຈະຕ້ອງໄດ້ຮັບການຂະຫຍາຍຕົວໃຫ້ເປັນຮູບປະທຳຫຼາຍຂຶ້ນ ການສ້າງບ້ານວັດທະນະທຳ ຕ້ອງເລີ່ມຈາກການສ້າງຄົນວັດທະນະທຳ ຄອບຄົນວັດທະນະທຳ ແລະ ສ້າງບ້ານວັດທະນະທຳຕາມລຳດັບເພື່ອໃຫ້ຕາມເກນຂອງການສ້າງບ້ານວັດທະນະທຳທີ່ລັດຖະບານກຳໜົດໄວ້”
ຂໍ້ສະເໜີແນະ
ການວິໄຈຄັ້ງນີ້ມີຂໍ້ສະເໜີແນະ 2 ປະການ ຄື ຂໍ້ສະເໜີແນະໃນການວິໄຈຄັ້ງນີ້ ແລະ
ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປດັ່ງນີ້
1. ຂໍ້ສະເໜີແນະໃນການວິໄຈຄັ້ງນີ້
1.1 ບ້ານຜານົມ ເຊິ່ງເປັນບ້ານທ່ອງທ່ຽວທາງດ້ານວັດທະນະທຳຄວນຈັດບຸນປະເພນີທີ່ເປັນເອກະລັກໃນຮອບສິບສອງເດືອນເພື່ອເປັນອະນຸລັກຮີດຄອງປະເພນີວັດທະນະທຳ ແລະ ຄວນມີກິດຈະກຳທີ່ຫຼາກຫຼາຍເພື່ອດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວເຂົ້າມາທ່ຽວຊົມບ້ານໃຫ້ຫຼາຍຂຶ້ນ ແລະຄວນມີການຈັດຕະຫຼາດນັດຢ່າງນ້ອຍເດືອນລະຄັ້ງ
1.2 ພາກສ່ວນທີ່ກ່ຽວຂ້ອງທາງລັດຖະບານ ແລະ ຜູ້ນຳບ້ານຄວນມີບົດບາດໃນການບໍລິຫານຈັດການສູນຫັດຖະກຳເພື່ອໃຫ້ຊາວບ້ານເຂົ້າມາຮວມຕົວກັນໃນການຜະລິດສິນຄ້າທີ່ຫຼາກຫຼາຍ ແລະ ເປັນການເພິ່ມໂອກາດໃນການແຂ່ງຂັນກັບພາຍນອກ ເຊິ່ງເລີ່ມຈາກຂັ້ນຕອນການນຳໃຊ້ວັດຖຸດິບ ການຜະລິດ ແລະ ການຈຳໜ່າຍ ແລະ ຕະຫຼາດຈຳໜ່າຍສິນຄ້າ ນອກນັ້ນ, ຄວນສົ່ງເສີມໃຫ້ຊາວບ້ານປູກຝ້າຍ ປູກມອນ ລ້ຽງມ້ອນ ເພື່ອເປັນການລຸດຜ່ອນຕົ້ນທຶນໃນການນຳເຂົ້າ
1.3 ບ້ານຜານົມເປັນບ້ານເຜົ່າລື້ຄວນມີການສົ່ງເສີມການຮຽນຮູ້ພາສາເຜົ່າລື້ໃຫ້
ກັບຊາວໜຸ່ມ ແລະ ເຍົາວະຊົນທັງໃນໂຮງຮຽນ ແລະ ນອກໂຮງຮຽນເພື່ອເປັນການອະນຸລັກ
ພາສາທ້ອງຖິ່ນໃຫ້ຄົງຢູ່ຕະຫຼອດໄປ
1.4 ຄວນມີມີຫໍພິພິດຕະພັນເພື່ອເປັນແຫຼງຮຽນຮູ້ທາງວັດທະນະທຳ ແລະ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ສຶກສາປະຫວັດຄວາມເປັນມາ ແລະ ຖູມປັນຍາຂອງບັນພະບູລຸດເຮັດໃຫ້ເກີດຄວາມຖາກຖູມໃຈໃນທ້ອງຖິ່ນຂອງຕົນ
1.5 ບ້ານຜານົມເປັນບ້ານທີ່ໃຫຍ່ຄວນຈະມີຫໍຂ່າວ ໂທລະໂຂ່ງເພື່ອໃຫ້ມີຄວາມສະດວກໃນການສື່ສານກັນກັບຊາວບ້ານ
2. ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ
ສຶກສາ ແລະ ພັດທະນາຮູບແບບບ້ານວັດທະນະທຳດີເດັ່ນບ້ານຜານົມ ແລະ ບ້ານອື່ນ ໆ ເພື່ອເປັນແນວທາງໃນການພັດທະນາບ້ານວັດທະນະທຳດີເດັ່ນຕາມເກນການສ້າງບ້ານວັດທະນະທຳ
ບັນນານຸກົມ
ກະຊວງສຶກສາທິການ. (2009). ການຈັດຕັ້ງແຜນພັດທະນາການສຶກສາສົກປີ 2008-09
ໃນທົ່ວປະເທດ. ນະຄອນຫຼວງວຽງຈັນ : ກະຊວງສຶກສາທິການ.
ແກ່ນແກ້ວ ພິມມະສອນ. (2010 : ພະຈິກ 16). ສຳພາດ
ໂກວິດ ພວງງາມ. (2007). ການປົກຄອງທ້ອງຖິ່ນໄທ ພິມຄັ້ງທີ່ 6. ກຸງເທບ : ວິນຍະຊົນ.
ຄຳພັນ ໄຊຍະໂກສິນ. (2010 : ທັນວາ 11). ສຳພາດ
ຄຳສູນ ຮຸ່ງດວງຈັນ. (2010 : ຕຸລາ 20). ສຳພາດ
ຈັນ ອິນທະມິດ. (2010 : ຕຸລາ 20). ສຳພາດ
ຈຳປາ ປິ່ນທີບ. (2010 : ຕຸລາ 20). ສຳພາດ
ສີລາ ວິລະວົງສ໌. (2001). ພົງສາວະດານລາວ. ພິມຄັ້ງທີ່ 3. ນະຄອນຫຼວງວຽງຈັນ :
ມັນທາຕຸລາດ.
ສີ ດວງດີ. (2010 : ຕຸລາ 15). ສຳພາດ
ສີແພງ ວົງປັນຍາ ແລະ ຄະນະ. (2009). ວັດທະນະທຳມະຫາຊົນ. ນະຄອນຫຼວງວຽງຈັນ :
ກົມວັດທະນະທຳ.
ສູນຂໍ້ມູນອອນໄລຈັງຫວັດຊຽງຮາຍ. (2010). ໄທລື້ມາຈາກໃສ [ອອນໄລ]. ເຂົ້າເຖິງໄດ້ຈາກ :
http:// http://www.chiangraifocus.com/knowledge ສືບຄົ້ນ 29 ເມສາ 2010.
ສຳນັກງານນາຍົກລັດຖະມົນຕີ. (2006). ມະຕິກອງປະຊຸມໃຫຍ່ຄັ້ງທີ່ 8 ຂອງພັກປະຊາຊົນ
ປະຕິວັດລາວໄດ້ກຳໜົດແຜນພັດທະນາປະເທດແຕ່ປີ ຄ.ສ 2006-2010.
ສຳນັກງານນາຍົກລັດຖະມົນຕີ.
ສົມບັດ ບຸນລ້ຽງ. (2010). ຫຼັກການບໍລິຫານ 14 ປະການຂອງ Henri Fayol. [ອອນໄລ].
ເຂົ້າເຖິງຈາກ : http://gotoknow.org/blog/sombut-3/102720.
ສືບຄົ້ນ 24 ກຸມພາ 2010
ທະເນດ ຈະເລີນເມືອງ. (2001). 100 ປີການປົກຄອງທ້ອງຖິ່ນໄທ ພ.ສ 2440-2540. ພິມຄັ້ງ
ທີ່ 3. ກຸງເທບ : ຄົບໄຟ.
ທອງດາ ສຸພາສິດ. (2009 : ມີຖຸນາ). ກອງປະຊຸມສະໄໝສາມັນ ຄັ້ງທີ່ 7 ຂອງສະພາ
ແຫ່ງຊາດຊຸດທີ່ 6 ໄດ້ຮັບຮອງເອົາຜົນການຈັດຕັ້ງແຜນພັດທະນາເສດຖະກິດສັງຄົມ ສົກປີ ຄ.ສ 2008-09 ແລະແຜນພັດທະນາເສດຖະກິດສັງຄົມ ສົກປີ ຄ.ສ 2009-10. ວາລະສານຜູ້ແທນປະຊາຊົນ. ສ. 19 : 12-25.
ບຸນກອງ ພວງສະຫວັດ. (2008). ການປ່ຽວແປງວັດທະນະທຳພື້ນເມືອງ ຫຼວງພະບາງ
ອັນກ່ຽວເນື່ອງຈາກອຸດສາຫະກຳບໍລິການທ່ອງທ່ຽວ. ວິທະຍານິພົນສີລະປະສາດ
ມະຫາບັນດິດ ສາຂາການວິໄຈ ແລະ ພັດທະນາທ້ອງຖິ່ນ ບັນດິດວິທະຍາໄລ
ມະຫາວິທະຍາໄລລາຊະພັດສຸລິນ.
ບຸນທັນ ພອນປະດິດ. (2010 : ຕຸລາ 28). ສຳພາດ
ໄບ ສີວິໄລຈິດ. (2010 : ຕຸລາ 12). ສຳພາດ
ປະໄພ ທົດຊາ. (2002). ຫັດຖະກຳພື້ນບ້ານກັບວິຖີຊຸມຊົນ ກໍລະນີສຶກສາກຸ່ມຫັດຖະກຳມວຍ
ບ້ານໂຄ້ກສະຫວ່າງ ຕຳບົນໂຕກສູງ ອຳເພີອຸບົນລັດ ຈັງຫວັດຂອນແກ່ນ. ວິທະຍາ
ນິພົນສີລະປະສາດມະຫາບັນດິດ ສາຂາ ສັງຄົມສາດເພື່ອການພັດທະນາ ສະຖາບັນ
ລາຊະພັດເລີຍ.
ພະແກ່ນຈັນ ຈັນທະສາໂລ. (2010 : ຕຸລາ 12). ສຳພາດ
ພູທອງ ແສງອາຄົມ. (2010). ຊາດລາວ ຄົນລາວໃນອາດີດ ແລະ ປັດຈຸບັນ [ອອນໄລ].
ເຂົ້າເຖິງໄດ້ຈາກ : http://laoshistory.exteen.com/ ສືບຄົ້ນ 29 ເມສາ 2010.
ອິນທະວອນ ພົມມະຈັກ. (2010 : ຕຸລາ 20). ສຳພາດ
ອ່ອນຈັນສະໝອນ. (2010 : ຕຸລາ 19). ສຳພາດ
ໜຽວ ສີວິໄລທອນ. (2010 : ຕຸລາ 20). ສຳພາດ
_______ (2002). ປະຫວັດຄວາມເປັນມາຂອງເຜົ່າລື້ບ້ານຜານົມ. ແຂວງຫຼວງພະບາງ :
ບ້ານຜານົມ ເອກະສານເຜີຍແພ່.

ບົດວິໄຈໃນຫ້ອງຮຽນ
ບົດສັງລວມຫຍໍ້
ການສຶກສາຄັ້ງນີ້ ແມ່ນໄດ້ສຶກສາກ່ຽວກັບການຈັດກິດຈະກໍາການຮຽນ -ການສອນໂດຍເນັ້ນໃສ່ວິທີສິດສອນແບບບັນລະຍາຍສົນທະນາຖາມ - ຕອບວິຊາ ສຶກສາພົນລະເມືອງ ເລື່ອງ ການແກ້ໄຂ ແລະ ການພັດທະນາສິ່ງແວດລ້ອມໃນໂຮງຮຽນ ຂັ້ນ ມ2 ທີ່ໂຮງຮຽນມັດທະຍົມສົມບູນ ເມືອງງອຍ ແຂວງຫຼວງພະບາງ ເຊິ່ງມີຈຸດປະສົງຂອງການວິໄຈຄັ້ງນີ້ ເພື່ອສຶກສາຜົນການສອນຂອງຄູ ແລະ ຜົນການຮຽນຂອງນັກຮຽນກ່ຽວກັບ
ການແກ້ໄຂ ແລະ ການພັດທະນາສິ່ງແວດລ້ອມໃນໂຮງຮຽນ ໂດຍເນັ້ນໃຊ້ວິທີສອນແບບບັນລະຍາຍສົນທະນາຖາມບຕອບ ວິທີດໍາເນີນການວິໄຈ ເຊິ່ງປະກອບມີ ບັນດາເຄື່ອງມື ເປັນແບບສັງເກດການສອນຂອງຄູ ແລະ ແບບສອບຖາມຂອງນັກຮຽນ ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈຄັ້ງນີ້
ລວມມີນັກຮຽນຂັ້ນ ມ2 ທັງໝົດ 52 ຄົນ ຍິງ 26 ຄົນ ເຊິ່ງຜົນການວິໄຈພົບວ່າ:
ຈາກຜົນການສັງເກດການສອນຂອງຄູສະແດງໃຫ້ເຫັນວ່າ ທັກສະຂອງການນໍາເຂົ້າສູ່ບົດຮຽນມີຄ່າສະເລ່ຍລວມເທົ່າກັບ X ̅ = 3,83 ຄ່າຜັນປ່ຽນມາດຕະຖານເທົ່າກັບ S.D = 1,01 ແມ່ນຢູ່ໃນລະດັບດີ, ທັກສະຂອງການຈັດກິດຈະກໍາມີຄ່າສະເລ່ຍລວມເທົ່າກັບ X ̅ = 4,00 ຄ່າຜັນປ່ຽນມາດຕະຖານເທົ່າກັບ S.D = 1,13 ແມ່ນຢູ່ໃນລະດັບດີ, ທັກສະໃນການໃຊ້ຄໍາຖາມຄ່າສະເລ່ຍລວມເທົ່າກັບ X ̅ = 3,92 ຄ່າຜັນປ່ຽນມາດຕະຖານເທົ່າກັບ S.D = 0,95 ແມ່ນຢູ່ໃນລະດັບດີ, ທັກສະໃນການໃຊ້ສື່ການຮຽນ-ການສອນຄ່າສະເລ່ຍ
ລວມເທົ່າກັບ X ̅ = 4,13 ຄ່າຜັນປ່ຽນມາດຕະຖານເທົ່າກັບ S.D = 1,04 ແມ່ນຢູ່ໃນລະດັບດີ ແລະ ທັກສະຄະຕິຂອງນັກຮຽນ
ຄ່າສະເລ່ຍລວມເທົ່າກັບ X ̅ = 3,90 ຄ່າຜັນປ່ຽນມາດຕະຖານເທົ່າກັບ S.D = 1,04 ແມ່ນຢູ່ໃນລະດັບດີ
ຈາກຜົນຄວາມເຂົ້າໃຈຂອງນັກຮຽນຕໍ່ກັບສິ່ງແວດລ້ອມ ໄພທໍາມະຊາດສະແດງໃຫ້ເຫັນວ່າຄວາມເຂົ້າໃຈຂອງນັກຮຽນຕໍ່ກັບສະພາບແວດ
ລ້ອມຄ່າສະເລ່ຍລວມເທົ່າກັບ X ̅ = 4,48 ຄ່າຜັນປ່ຽນມາດຕະຖານເທົ່າກັບ S.D = 0,69 ແມ່ນຢູ່ໃນລະດັບດີ, ການແກ້ໄຂ
ບັນຫາສະພາບແວດລ້ອມຄ່າສະເລ່ຍລວມເທົ່າກັບ X ̅ = 4,59 ຄ່າຜັນປ່ຽນມາດຕະຖານເທົ່າກັບ S.D = 0,64 ແມ່ນຢູ່ໃນລະດັບ
ດີຫຼາຍ ແລະ ການປົກປັກຮັກສາແລະການພັດທະນາສະພາບແວດລ້ອມຄ່າສະເລ່ຍລວມເທົ່າກັບ X ̅ = 4,65 ຄ່າຜັນປ່ຽນມາດຕະຖານ
ເທົ່າກັບ S.D = 0,56 ແມ່ນຢູ່ໃນລະດັບດີຫຼາຍ
สมัครสมาชิก:
บทความ (Atom)