วันจันทร์ที่ 30 กรกฎาคม พ.ศ. 2555

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາ ແຫ່ງຊາດ ຊຸດທີ VII

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາ ແຫ່ງຊາດ ຊຸດທີ VII ໄດ້ອັດລົງຢ່າງເປັນທາງການ ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII, ໄດ້ດຳເນີນມາແຕ່ວັນທີ 20 ມິຖຸນາ ແລະ ໄດ້ອັດລົງຢ່າງເປັນທາງການໃນວັນທີ 13 ກໍລະກົດ 2012 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານຜູ້ນຳພັກ – ລັດ, ສະມາຊິກສະພາແຫ່ງຊາດ, ຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ,ບັນດາທ່ານນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ແຂກຖືກເຊີນ. ກອງປະຊຸມກໍ່ໄດ້ຮັບຟັງ, ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນໃສ່ບົດລາຍງານຂອງພາກລັດຖະບານ, ບົດລາຍງານຂອງອົງການກວດສອບແຫ່ງລັດ, ບົດລາຍງານຂອງອົງການປົກປ້ອງກົດຫມາຍ, ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄຫມສາມັນເທື່ອທີ 3 ແລະ ທິດທາງວຽກງານແຕ່ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຫາເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII; ພ້ອມກັນນັ້ນກອງປະຊຸມກໍ່ໄດ້ຄົ້ນຄວ້າ, ພິຈາລະນາຮ່າງກົດຫມາຍຈຳນວນ 7 ສະບັບ ແລະ ທາບທາມຮ່າງກົດຫມາຍ 1 ສະບັບ, ພິເສດກອງປະຊຸມຍັງໄດ້ຮັບຟັງບົດປາໄສຂອງສະຫາຍ ຫງວຽນຊິງຮຸງ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມໃນໂອກາດທີ່ສະຫາຍພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ ສປປ ລາວ. ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ລົງມະຕິຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2011-2012 ແລະ ແຜນພັດທະນາເສດຖະກິດ-ສັງຄົມສົກປີ 2012 – 2013 ເຊິ່ງຕົ້ນຕໍແມ່ນສູ້ຊົນໃຫ້ອັດຕາເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນສົກປີ 2012 – 2013 ໃນລະດັບ 8,3% ມູນຄ່າຂອງ GDP 80.720 ຕື້ກີບ ໃນນັ້ນມີຂະແຫນງກະສິກຳເພີ່ມຂຶ້ນ 3,3% ກວມເອົາ 25,9%, ຂະແຫນງອຸດສາຫະກຳເພີ່ມຂຶ້ນ 15,5% ກວມເອົາ 31,9%, ຂະແຫນງບໍລິການເພີ່ມຂຶ້ນ 7% ກວມເອົາ 37,3% ແລະ ພາສີຂາເຂົ້າເພີ່ມຂຶ້ນ 4,2% ກວມເອົາ 5,8% ຂອງ GDP, ຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ2011 – 2012 ແລະ ແຜນງົບປະມານແຫ່ງລັດສົກປີ 2012 – 2013 ເຊິ່ງຕົ້ນຕໍຈະສູ້ຊົນປະຕິບັດລາຍຮັບງົບປະມານລວມ 19.571 ຕື້ກີບ ແລະ ລາຍຈ່າຍງົບປະມານ 23.413 ຕື້ກີບ ໃນສົກປີ 2012-2013, ຮັບຮອງເອົາບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2009 - 2010 ຕາມການສະເຫນີຂອງອົງການກວດສອບແຫ່ງລັດ, ມອບໃຫ້ອົງການກວດສອບແຫ່ງລັດສືບຕໍ່ດຳເນີນການກວດຄືນເພື່ອຊອກຫາສາເຫດຂອງການຜິດດ່ຽງໃນການຍົກຍອດບັນຊີຈຳນວນ 94,83 ຕື້ ກີບ ໃນສົກງົບປະມານ 2009 – 2010 ໃຫ້ຈະແຈ້ງຂຶ້ນຕື່ມແລ້ວລາຍງານຄືນໃຫ້ຄະນະປະຈຳສະພາແຫ່ງຊາດຮັບຊາບໃນເວລາອັນຄວນ, ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງອົງການປົກປ້ອງກົດຫມາຍ ໃນສົກປີ 2011 – 2012 ແລະ ທິດທາງວຽກງານສົກປີ 2012 – 2013 ເຊິ່ງມີວຽກງານຈຸດສຸມເຊັ່ນ: ອົງການໄອຍະການປະຊາຊົນຮີບຮ້ອນກະກຽມຮ່າງນິຕິກຳ ທີ່ກ່ຽວຂ້ອງກັບຂະແຫນງການຕົນເປັນຕົ້ນແມ່ນກົດຫມາຍວ່າດ້ວຍພະນັກງານໄອຍະການ, ສານປະຊາຊົນຕ້ອງສູ້ຊົນແກ້ໄຂຄະດີໃຫ້ສຳເລັດ 90% ພ້ອມທັງຮີບຮ້ອນກະກຽມບັນດານິຕິກຳທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານຂອງຕົນເປັນຕົ້ນແມ່ນລະບຽບຜູ້ພິພາກສາ, ລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສານທະຫານ ພ້ອມນີ້ກໍ່ໃຫ້ຮີບຮ້ອນສ້າງຄຳແນະນຳຂອງສານປະຊາຊົນສູງສຸດກ່ຽວກັບການດຳເນີນຄະດີ, ກະຊວງປ້ອງກັນຄວາມສະຫງົບສືບຕໍ່ຫັນກຳລັງຮາກຖານເປັນຕົ້ນແມ່ນຢູ່ ປກສ ບ້ານ ແລະ ກຸ່ມບ້ານ ໂດຍມີການສົມທົບກັບຄະນະພັກຮາກຖານເພື່ອຕິດຕາມກວດກາການເຄື່ອນໄຫວປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ຕຳຫລວດໃຫ້ມີຄວາມຮັດກຸມ, ໂປ່ງໃສ, ຮັບປະກັນຄວາມສະຫງົບ ແລະ ຄວາມປັນລະບຽບຮຽບຮ້ອຍໃນສັງຄົມ, ກະຊວງຍຸຕິທຳສືບຕໍ່ຫັນພະນັກງານລົງສົມທົບຊ່ວຍທ້ອງຖິ່ນທີ່ມີຄວາມຫຍຸ້ງຍາກທາງດ້ານບຸກຄະລາກອນເພື່ອນຳພາຕົວຈິງໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານແນໃສ່ຮັບປະກັນໃຫ້ສາມາດບັນລຸຄາດຫມາຍສູ້ຊົນໃຫ້ໄດ້ 60-70% ຂອງຈຳນວນຄຳຕັດສິນຂອງສານ. ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄຫມສາມັນເທື່ອທີ 3 ແລະ ທິດທາງວຽກງານແຕ່ກອງປະຊຸມສະໄຫມສາມັນເທື່ອທີ 3 ຫາເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII; ສຳລັບທິດທາງການເຄື່ອນໄຫວວຽກງານໃນ 1 ປີຕໍ່ຫນ້າໄດ້ກຳນົດເປັນ 6 ວຽກງານໃຫຍ່ ມີ 17 ແຜນງານຈຸດສຸມ ແລະ ຄາດຫມາຍສູ້ຊົນຈຳນວນຫນຶ່ງ ເຊັ່ນ: ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງໃຫ້ໄດ້ຢ່າງຫນ້ອຍ 480.000 ເທື່ອຄົນ,ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ໄດ້ຫລາຍຂຶ້ນ ແລະ ວ່ອງໄວກວ່າເກົ່າ; ການສ້າງ ແລະ ປັບປຸງກົດຫມາຍໃຫ້ສຳເລັດຢ່າງຫນ້ອຍ 20 ສະບັບ ຫລື ເທົ່າກັບ 22,22% ຂອງແຜນການ 5 ປີ ຮັບປະກັນຄວາມສອດຄ່ອງກັບທິດ 3 ສ້າງຂອງພັກ; ຍົກສູງຄຸນນະພາບຂອງການພິຈາລະນາຕົກລົງບັນດາບັນຫາສຳຄັນຂອງຊາດ; ເຄື່ອນໄຫວຕ່າງປະເທດ ຢ່າງມີຈຸດສຸມ ແລະ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາກົດຫມາຍທັງຫມົດ 7 ສະບັບ, ໃນນີ້ມີກົດຫມາຍທີ່ສ້າງໃຫມ່ 2 ສະບັບຄື: ກົດຫມາຍວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ແລະ ກົດຫມາຍວ່າດ້ວຍການສ້າງນິຕິກຳ ແລະ ກົດຫມາຍປັບປຸງຈຳນວນ 5 ສະບັບຄື: ກົດຫມາຍວ່າດ້ວຍການດຳເນີນຄະດີແພ່ງ, ກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ, ກົດຫມາຍວ່າດ້ວຍການກິລາ – ກາຍະກຳ, ກົດຫມາຍວ່າດ້ວຍຊັບສິນຂອງລັດ ແລະ ກົດຫມາຍວ່າດ້ວຍການກວດສອບແຫ່ງລັດ. ກອງປະຊຸມໄດ້ເລືອກຕັ້ງຮັບຮອງປະທານອົງການກວດສອບສູນກາງຜູ້ໃຫມ່ ແລະ ຮັບຮອງເອົາການເລືອກຕັ້ງ ສ.ສ.ຊ ທົດແທນຢູ່ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນຫນຶ່ງທ່ານ.ໃນໂອກາດນີ້ທ່ານນາງ ປານີ ຢາທໍ່ຕູ້ ກໍ່ໄດ້ຂຶ້ນກ່າວສູນທອນພົດອັດກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ຢ່າງເປັນທາງການ. ອ້າງອິງ: http://www.vimalao.de/laos/?p=7377 ວັນທີ່ 30/7/2012 ເວລາ 17:06

ไม่มีความคิดเห็น:

แสดงความคิดเห็น